logo

ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຊີວະພາບ - ມີມູນຄ່າເພີ່ມສູງ

2025/11/12 | 10:31:52
(VOVWORLD) - ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປ່ຽນແປງໃໝ່ຈີນຕະນາການ, ມີການກະທຳຢ່າງຂ້ຽວຂາດກວ່າ,
ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ພິທີ
(ພາບ: dangcongsan.vn)

ຕອນເຊົ້າວັນທີ 12 ພະຈິກ, ຢູ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 80 ປີຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (1945 – 2025), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ທົ່ວຂະແໜງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປ່ຽນແປງໃໝ່ຈີນຕະນາການ, ມີການກະທຳຢ່າງຂ້ຽວຂາດກວ່າ, ມີປະສິດທິຜົນກວ່າ, ຫັນບັນດາແຜນນະໂຍບາຍຂອງພັກ ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ… ເປັນລະບອບລະບຽບການ.

“ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຂໍ້ມູນຕ້ອງກາຍເປັນກຳລັງໜູນແກ່ນສານ. ນຳວິທະຍາສາດ - ເຕັກໂນໂລຊີ, ຈາກເບ້ຍໄມ້ - ສັດລ້ຽງ, ເຕັກໂນໂລຊີຊີວະຊາດ, ອັດຕະໂນມັດ, ຕະຫຼອດຮອດການຄົ້ນຫາຕົ້ນກຳເນີດ, logistics, ການຄ້າດີຈີຕອນ. ສົ່ງເສີມຮູບແບບ “ນັກວິທະຍາສາດ - ວິສາຫະກິດ - ສະຫະກອນ - ຊາວກະສິກອນ” ພ້ອມກັນເຂົ້າຮ່ວມລະບົບມູນຄ່າ”.

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ຂະແໜງກະສິກຳ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທາງທິດເໜືອພາງກາງ, ເຂດໄຕງວຽນ, ເຂດແຄມທະເລ. ພ້ອມກັນນັ້ນ, ກໍ່ຕ້ອງສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຊີວະພາບ - ມູນຄ່າເພີ່ມສູງ. ສ້າງເຄື່ອງໝາຍການຄ້າແຫ່ງຊາດ, ເປີດກວ້າງຕະຫຼາດ, ເຂົ້າຮ່ວມລະບົບສະໜອງກະສິກຳໂລກ ແລະ ຕະຫຼາດໂລກຢ່າງເລິກເຊິ່ງກວ່າ.

TAG
VOV/VOVworld/​ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຊີ/​ເບ້ຍ​ໄມ້/ສັດ​ລ້ຽງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ