logo

ສາຍ​ພົວ​ພັນ ລັດ​ເຊຍ - ອິນ​ເດຍ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ໃນຫຼາຍ​ຂົງ​ເຂດ

2025/12/5 | 09:00:03
(VOVWORLD) -  “ສາຍພົວພັນ ລັດເຊຍ - ອິນເດຍ ສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນໃນຫຼາຍຂົງເຂດ” ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ທີ່ການພົບປະກັບສື່ມວນຊົນ ໃນການຢ້ຽມຢາມ ອິນເດຍ ໃນວັນທີ 04 ທັນວາ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  ນັ່ງລົດຄັນດຽວກັນ, ຢູ່ ອິນເດຍ ໃນວັນທີ 4/12/2025. (ພາບ: Sputnik/Grigory Sysoev/Pool qua REUTERS)

   ທ່ານປະທານາທິບໍດີ Putin ເຊີດຊູບົດບາດຂອງທ່ານນາຍົກລັດຖະມົນຕີ ອິນເດຍ Modi ໃນການຊຸກຍູ້ການຮ່ວມມືລະຫວ່າງ ລັດເຊຍ - ອິນເດຍ ໃນຫຼາຍຂົງເຂດແກ່ນສານ, ລວມມີເສດຖະກິດ, ການປ້ອງກັນຊາດ, ການພົບປະແລກປ່ຽນມະນຸດສະທຳ ແລະ ເຕັກໂນໂລຢີສູງ. ການສົມທົບລະຫວ່າງສອງຝ່າຍໄດ້ດຳເນີນບົນພື້ນຖານຂອງວິໄສທັດລວມ ແລະ ຄວາມເຫັນດີເຫັນພ້ອມຍຸດທະສາດ, ສິ່ງດັ່ງກ່າວຊ່ວຍໃຫ້ຄູ່ຮ່ວມມື ລັດເຊຍ - ອິນເດຍ ສືບຕໍ່ພັດທະນາຢ່າງແຮງ ໂດຍບໍ່ຫົວຊາຕໍ່ບັນດາການຜັນແປຂອງສາກົນ.

        ຕາມທ່ານປະທານາທິບໍດີ Putin ແລ້ວ, ການຮ່ວມມືດ້ານພະລັງງານລະຫວ່າງ ລັດເຊຍ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ດົນນານ, ໃນນັ້ນ, ການຮ່ວມມືທາງດ້ານພະລັງງານລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ. ຢູ່ໃນຂົງເຂດປ້ອງກັນຊາດ, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ປະເທດນີ້ພວມຕັ້ງໜ້າສົມທົບ ແລະ ແບ່ງປັນເຕັກໂນໂລຢີກັບ ອິນເດຍ ແລະ ຖືນີ້ແມ່ນເສົາຄ້ຳສຳຄັນໃນສາຍພົວພັນສອງປະເທດ. ທິດທາງການຮ່ວມມືທີ່ມີກຳລັງບົ່ມຊ້ອນໃນສາຍພົວພັນສອງຝ່າຍ ໂດຍທ່ານ Putin ໄດ້ເນັ້ນໜັກເປັນພິເສດ ນັ້ນແມ່ນ ປັນຍາປະດິດ (AI). ນອກຈາກນັ້ນ, ທ່ານ Putin  ກໍຢັ້ງຢືນວ່າ ວັດທະນະທຳ ລັດເຊຍ ແລະ ອິນເດຍ ມີຫຼາຍຈຸດທີ່ຄ້າຍຄືກັນ, ເຊິ່ງໄດ້ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົບປະແລກປ່ຽນປະຊາຊົນ.

ມິງເຟືອງ - ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

TAG
VOV/VOVworld/ສາຍ​ພົວ​ພັນ ລັດ​ເຊຍ - ອິນ​ເດຍ/ຂະ​ຫຍັນ​ຂັນ​ເຄື່ອນ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ