logo

ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ຈະສືບຕໍ່ແຕກດອກອອກຜົນ, ບັນລຸຜົນງານຫຼາຍຢ່າງ

2022/9/6 | 07:38:21
(VOVWORLD) -ໃນໄລຍະກວ່າ 60 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ເມື່ອຕອບສຳພາດຕໍ່ວສື່ມວນຊົນກ່ຽວກັບສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2022). ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໃນໄລຍະກວ່າ 60 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ໄດ້ຮັບການພັດທະນາຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ບັນລຸປະສິດທິຜົນ. ການພົວພັນດ້ານການເມືອງ - ການຕ່າງປະເທດນັບມື້ນັບສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ, ເປັນປະຈຳໃນທຸກຊ່ອງທາງ; ມານະພະຍາຍາມຮັກສາ, ເສີມຂະຫຍາຍບັນດາກົນໄກຮ່ວມມື ແລະ ບັນດາຂໍ້ຕົກລົງຂັ້ນສູງ ແລະ ທຸກຂັ້ນຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ການຮ່ວມມືດ້ານເສດຖະກິດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຂອງ 2 ຝ່າຍ. ວົງເງິນການຄ້າ 2 ສົ້ນໃນ 8 ເດືອນຕົ້ນປີ 2022 ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທັງ 2 ປະເທດ.

        ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຖືວ່າ: ລາວ ແລະ  ຫວຽດນາມ ຈະສືບຕໍ່ຈັບມືກັນຢ່າງແໜ້ນ, ພ້ອມກັນກ້າວຂຶ້ນ, ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງປັນບົດຮຽນ, ຄວາມຮູ້, ທັກສະໃຫ້ກັນ, ສ້າງເງື່ອນໄຂໃຫ້ແກ່ກັນເພື່ອພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ພ້ອມກັນຂຸດຄົ້ນທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ເພື່ອຄວາມວັດທະນາຖາວອນ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

TAG
VOV/VOVworld/​ໝັ້ນ​ຄົງ​ໜັກ​ແໜ້ນ/ເລິກ​ເຊິ່ງ/ກວ​້າງ​ຂວ​າງ/ແທ​ດ​ຈິງ/​ສະ​ໜິດ​ແໜ້ນ/ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ