logo

ສາຍ​ຮູບ​ເງົາ ຝົນ​ແດງ ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແລະ ນັກ​ຮົບ​ເກົ່າຊົມ

2025/9/15 | 10:36:30
(VOVWORLD) -  ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດການສາຍຮູບເງົາຮອບພິເສດ ຮູບເງົາ “ຝົນແດງ” ໃຫ້ແກ່ຜູ້ຊົມພິເສດນັ້ນແມ່ນ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ນັກຮົບເກົ່າ. 
ພາບປະກອບ: VOV

ຮູບເງົາ ກ່ຽວກັບ 81 ວັນ ແລະ ຄືນ ປົກປ້ອງກຳແພງເກົ່າ ກວ໋າງຈິ - ຝົນແດງ ໄດ້ເຮັດໃຫ້ບັນດາຄວາມຊົງຈຳກ່ຽວກັບສົງຄາມກັບຄືນມາ, ເພື່ອໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ນັກຮົບເກົ່າ ແລະ ລຸ້ນຄົນໃນປັດຈຸບັນ ພ້ອມກັນແບ່ງປັນ, ສະແດງຄວາມຮູ້ບຸນຄຸນ ແລະ ສືບຕໍ່ຄວາມມຸ່ງຫວັງແຫ່ງສັນຕິພາບ. ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ນະຄອນໂຮ່ຈີມິນ ຈັດການສາຍຮູບເງົາຮອບພິເສດ ຮູບເງົາ “ຝົນແດງ” ໃຫ້ແກ່ຜູ້ຊົມພິເສດນັ້ນແມ່ນ ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ນັກຮົບເກົ່າ. ຮູບເງົາໄດ້ວາດຄືນພາບບັນດານັກຮົບໜຸ່ມ, ສ່ວນຫຼາຍແມ່ນນັກຮຽນ, ນັກສຶກສາທີ່ ໄດ້ອາສາສະໝັກອອກເດີນທາງໄປຄຕໍ່ສູ້ສັດຕູ ດ້ວຍຈິດໃຈຮັກຊາດເປັນທີ່ສຸດ. ນີ້ແມ່ນສານທີ່ມີຄວາມໝາຍທີ່ສຸດໄດ້ສົ່ງໄປຍັງໄວໜຸ່ມໃນມື້ນີ້. ນັກຮົບເກົ່າ ຫງວຽນເລແທັງ, ຜູ້ທີ່ເຄີຍຕໍ່ສູ້ຢູ່ສະໜົມຮົບເຂດຊາຍແດນ ໄຕນາມ, ຕື້ນຕັນໃຈເມື່ອເບິ່ງຮູບເງົາຫວນຄືນແລ້ວຄິດເຖິງ ເພື່ອນຮ່ວມກົມກອງເກົ່າ ແບ່ງປັນວ່າ:

ຜ່ານຮູບເງົາຝົນແດງ, ຂ້າພະເຈົ້າເຫັນວ່າມ່ວນຫຼາຍ, ເປັນຕົ້ນແມ່ນນ້ຳໃຈສະຫາຍ. ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າໃນມື້ນັ້ນກໍ່ເສຍສະຫຼະຊີວິດຫຼາຍຄົນ. ຂ້າພະເຈົ້າຢູ່ໃນຂຸມຄອງສູ້ຮົບຕະຫຼອດ 25 ວັນແລະ ຄືນ, ບໍ່ອາບນ້ຳລ້າງໂຕ, ຕ້ອງຕາກແດດຕາກຝົນ, ພ້ອມກັບອ້າຍນ້ອງແບ່ງກັນກິນເຂົ້າໜົມຮ່ຳຄົນລະປ່ຽງ, ເຂົ້າປັ້ນປົນກັບດີນແດງ… ປັດຈຸບັນ ໄດ້ດຳລົງຊີວິດທ່າມກາງສັນຕິພາບ, ພວກເຮົາ ແຕ່ລະຄົນຕ້ອງສາມັກຄີກັນເພື່ອສ້າງປະເທດຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ.

TAG
VOV/VOVworld/ກ​ານ​ສາຍ​ຮູບ​ເງົາ/ນັກ​ຮົບ​ເກົ່າ/ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ