logo

ສານສູງສຸດ ອາເມລິກາ ເປີດການອະພິປາຍກ່ຽວກັບນະໂຍບາຍພາສີທົ່ວໂລກຂອງ ທ່ານ Donald Trump

2025/11/6 | 09:06:28
(VOVWORLD) -  ທ່ານຈັດວາງອັດຕາພາສີ 10% ສຳລັບຄູ່ຄ້າເກືອບທັງໝົດ ແລະ ອັດຕາ 10 – 15% ສຳລັບນັບສິບພື້ນຖານເສດຖະກິດອື່ນໆ.

ວັນທີ 05 ພະຈິກ, ສານສູງສຸດ ອາເມລິກາ ໄດ້ເປີດການອະພິປາຍພິຈາລະນາລັກສະນະສອດຄ່ອງກັບກົດໝາຍຂອງນະໂຍບາຍພາສີອາກອນທົ່ວໂລກຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ເມື່ອທ່ານຈັດວາງອັດຕາພາສີ 10% ສຳລັບຄູ່ຄ້າເກືອບທັງໝົດ ແລະ ອັດຕາ 10 – 15% ສຳລັບນັບສິບພື້ນຖານເສດຖະກິດອື່ນໆ.

ບັນດາຜູ້ພິພາກສາໄດ້ຊັກຖາມທະນາຍຄວາມຜູ້ຕາງໜ້າໃຫ້ອຳນາດການປົກຄອງຂອງ ທ່ານ Donald Trump ຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ ອ້າງກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນ (IEEPA), ຖະແຫຼງການຂາດດຸນການຄ້າແມ່ນ “ສະພາບການສຸກເສີນ” ຂອງປະເທດຊາດ, ເຖິງວ່າ ອາເມລິກາ ໄດ້ຖືກຂາດດຸນການຄ້າຢ່າງຕໍ່ເນື່ອງນັບແຕ່ປີ 1975 ນັ້ນ ແມ່ນໄດ້ລະເມີດສິດຂອງສະພາແຫ່ງຊາດ ຫຼື ບໍ່.

ເຂົ້າຮ່ວມວາລະສານ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ທ່ານຫວັງວ່າ ສານສູງສຸດຈະສະໜັບສະໜູນບັນດາບ້ວງພາສີໂດຍອີງໃສ່ກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນ. ໃນກໍລະນີບໍ່ໄດ້ຮັບການສະໜັບສະໜູນ, ທຳນຽບຂາວອາດຈະນຳໃຊ້ບັນດາສິດພາສີອາກອນອື່ນ, ລວມມີ ສິດອະນຸຍາດໃຫ້ຈັດວາງອັດຕາພາສີ 15% ໃນເວລາ 150 ວັນ ເພື່ອແກ້ໄຂການຂາດດຸນການຄ້າ.

TAG
VOV/VOVworld/ການ​ຄ້າ/ສະ​ພາບ​ກາ​ນ/​ສຸກ​ເສີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ