logo

ສານ​ອວຍ​ພອນ​ວັນ​ຊາດ​ລາວ

2025/12/1 | 11:21:23
(VOVWORLD) - ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ.
ທຸງຊາດລາວ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດສປປ. ລາວຄົບຮອບ 50 ປີ(2/12/1975 - 2/12/2025), ວັນທີ 1 ທັນວາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມກັນສົ່ງສານອວຍພອນ ໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ. ສານໄດ້ຊີ້ແຈ້ງວ່າ ໃນໄລຍະ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາທີ່ສະຫຼາດສ່ອງໄສຂອງ ພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍນາໆປະການ, ຢຶດໝັ້ນສູ້ຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດໃນບັນດາຂົງເຂດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານຕໍ່ພາລະກຳແຫ່ງການປ່ຽນແປງໃໝ່ຂອງລາວ, ມີຄວາມສະເໝີຕົ້ນສະເໝີປາຍຖືການພົວພັນກັບລາວແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.


TAG
VOV/VOVworld/ຫວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ