logo

ສາສະຫນາພຸດຫວຽດນາມຮ່ວມເດີນທາງ ແລະ ພັດທະນາພ້ອມກັບຊາດ

2017/11/24 | 03:00:00
(VOVWORLD) -ນັບແຕ່ເມື່ອແຊກຊຶມເຂົ້າຫວຽດນາມກ່ອນນີ້ 2000 ປີ, ສາສະຫນາພຸດ ໄດ້ເຊື່ອມຕົວເຂົ້າກັບພື້ນຖານວັດທະນະທຳຫວຽດນາມ ຢ່າງສັນຕິພາບ ແລະ ແບບທຳມະຊາດ.

ໃນ 2 ວັນຄື ວັນທີ 21-22 ພະຈິກ ຢູ່ ຮ່າໂນ້ຍ, ມີ ພະສົງສຳມະເນນ ພຸດທະສາສະນິກະຊົນດີເດັ່ນ ກວ່າ 1.250 ຄົນທີ່ຕາງຫນ້າໃຫ້ສະພາບໍລິຫານງານ ສະມາຄົມພຸດທະສາສະຫນາຫວຽດນາມ ຢູ່ 63 ແຂວງ, ນະຄອນ ໃນທົ່ວປະເທດ, ບັນດາຄະນະ, ສະຖາບັນສູນກາງສະມາຄົມພຸດທະສາສະຫນາຫວຽດນາມ ແລະ ບັນດາສະມາຄົມພຸດທະສາສະຫນາຫວຽດນາມ ຢູ່ ຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ອາຍຸການ 2017-2022 ຢູ່ ຮ່າໂນ້ຍ.

ຈຸດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ VIII ແມ່ນ: “ພູມປັນຍາ - ກົດລະບຽບຂໍ້ບັງຄັບ-ການເຊື່ອມໂຍງ- ພັດທະນາ”, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພະສົງສຳມະເນນ, ພຸດທະສາສະນິກະຊົນຫວຽດນາມ ທັງໝົດ ໃນການເສີມຂະຫຍາຍພູມປັນຍາລວມໝູ່, ຮັກສາກົດລະບຽບຂໍ້ບັງຄັບ, ກົດໝາຍ, ເຊີດຊູນ້ຳໃຈສາມັກຄີ, ປ່ອງດອງ ເພື່ອສ້າງ ສາສະມາຄົມພຸດທະສາສະຫນາໃຫ້ພັດທະນາແບບຍືນຍົງ.

ສາດສະດາ ເຈີນວັນເຢົາ, ອະດີດເລຂາຄະນະພັກເຂດພາກໃຕ້ໃນເມື່ອກອ່ນ, ເມື່ອຄົ້ນຄ້ວາກ່ຽວກັບສາຍກ່ຽວພັນລະຫວ່າງສາສະຫນາພຸດ ແລະ ປະເທດຊາດ ໄດ້ໃຫ້ຂໍ້ສັງເກດວ່າ: “ການພັດທະນາຂອງປະເທດຊາດແມ່ນຕິດພັນກັບສາສະຫນາພຸດ. ສາສະຫນາພຸດແມ່ນທວນໄຟສີວິໄລຢູ່ປະເທດເຮົາ” (ວັດ ກວານຊື - ຮ່າໂນ້ຍ). ພາບ: ກວນຮູຍ

ພາຍຫລັງຂັບໄລ່ສັດຕູຮຸກຮານ, ສ້າງຕັ້ງປະເທດ ຫວ້ານຊວນ ເມື່ອປີ 544, ເຈົ້າຊີວິດ ຫລີນາມເດ ໄດ້ອອກຄຳສັ່ງສ້າງຕັ້ງ ວັດ ເຈີນກວກ ຢູ່ ນະຄອນຫລວງ ຮ່າໂນ້ຍ.

ວັດເຈີນກວາ - ຮ່າໂນ້ຍ.

ພາບ: ໝີຈາ

ວັດ ທຽນມູ້ ຢູ່ ນະຄອນເຫ້ວ

ພາບ: ຮູຍເຟືອງ, ແທງແທງ

ປີ 1963 ມີວັດໃຫມ່ແຫ່ງຫນຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ ນະຄອນ ໄຊງ່ອນ ດ້ວຍຊື່ວ່າ: ຫວຽດນາມ ກວັກຕື້ 

ພາບ: ຫວໍວັນເຕື່ອງ

ຫວຽດນາມກວກຕື້ ໄດ້ຮັບການເປີດກວ້າງ, ກໍ່ສ້າງ ແມ່ນກິດຈະກຳສ້າງຂີດໝາຍສາສະຫນາພຸດໃນຍຸກປະຈຸບັນ.

ພາບ: ຫວໍວັນເຕື່ອງ

ວັດໄທ່- ແມ່ນຫນຶ່ງໃນບັນດາວັດທີ່ມີຊື່ສຽງຢູ່ ຮ່າໂນ້ຍ. ພາບ: ຫມີຈາ

ການດຳເນີນຊີວິດດ້ານສາສະຫນາຢູ່ວັດ ຟຸກແຄງ- ຮ່າໂນ້ຍ. ພາບ: ໝີຈາ

ວັດ ເຟີດຕິກ ແມ່ນວັດແຫ່ງຫນຶ່ງຕັ້ງຢູ່ ໂນນພູ ທາງທິດໃຕ້ພູ ເຟີດຕິກ ຢູ່ ຕາແສງ ເຟີດຕິກ ເມືອງຕຽນຢູ ແຂວງ ບັກນີງ ພາບ: ໝີຈາ

ໃນວັດມີພະພຸດທະຮູບດ້ວຍຫີນໃນສະໄຫມລາດຊະວົງ ຫລີ ໃຫຍ່ກວ່າໝູ່ຢູ່ຫວຽດນາມ. ວັດ ເຟີດຕິກ ຖືກຈັດເຂົ້າບັນຊີລາຍຊື່ປູຊະນິຍະສະຖານປະຫວັດສາດ - ວັດທະນະທຳ. ພາບ: ຫມີຈາ

ພະອາຈານໃຫຍ່ ທິກແທງຫຍຽວ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ຫນຶ່ງໃນບັນດາຜົນງານສຳຄັນຂອງສາສະຫນາພຸດ ແມ່ນການປະຕິສັງຂອນວັດຫລາຍແຫ່ງຢູ່ເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ. ພາບ: ໝີຈາ

ວັດຢູ່ ເຈື່ອງຊາ ພາບ: ໝີຈາ 


TAG
VOV/VOVworld/ພູມ​ປັນ​ຍາ/​ກົດ​ລະ​ບຽບ​ຂໍ້​ບັງ​ຄັບ/ກ​ານ​ເຊື່ອມ​ໂຍງ/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ