logo

ສຳຫຼວດກວດ​ກາ ວຽກ​ງານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມຂັ້ນ​ສູງ ອາ​ຊຽນ 47

2025/10/24 | 10:49:28
(VOVWORLD) - ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ຢັ້ງຢືນຈະສືບຕໍ່ປະສານສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນການຈັດຕັ້ງບັນດາກອງປະຊຸມໃຫ້ສຳເລັດຜົນ, ບັນລຸໄດ້ໝາກຜົນແທ້ຈິງຫຼາຍຢ່າງ.
ທ່ານຮອງລັດຖະມົນຕີການຕ່າງປະເທດ,  ຫົວໜ້າ SOM ASEAN ຫວຽດນາມ ດັ້ງຮ່ວາງຢາງພ້ອມ ຮອງລັດຖະມົນຕີການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສບັນດາປະເທດ ອາຊຽນ (ພາບ: chinhphu.vn)

ວັນທີ 24 ຕຸລາ, ຢູ່ Kuala Lumpur, ມາເລເຊຍ ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM), ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ດັ່ງຮ່ວາງຢາງ ພ້ອມກັບ ລັດຖະມົນຕີການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສ ບັນດາປະເທດ ອາຊຽນ ໄດ້ສຳຫຼວດກວດຄືນວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງ ອາຊຽນ 47 ແລະ ກອງປະຊຸມຂັ້ນສູງລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ທີ່ໄດ້ດຳເນີນໃນວັນທີ 26 – 28 ຕຸລາ. ດ້ວຍກອງປະຊຸມ ແລະ ການເຄື່ອນໄຫວຂັ້ນສູງກ່ວາ 15 ຢ່າງ, ບັນດາການນຳຄາດວ່າຈະແລກປ່ຽນບັນດາທິດທາງ, ມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ເປີດກວ້າງການເຊື່ອມຕໍ່, ຂຸດຄົ້ນບັນດາກຳລັງໜູນໃນການເຕີບໂຕໃໝ່ຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນຢ່າງມີປະສິດທິຜົນ.

ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ຢັ້ງຢືນຈະສືບຕໍ່ປະສານສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນການຈັດຕັ້ງບັນດາກອງປະຊຸມໃຫ້ສຳເລັດຜົນ, ບັນລຸໄດ້ໝາກຜົນແທ້ຈິງຫຼາຍຢ່າງ.

TAG
VOV/VOVworld/ຫວຽດ​ນາມ/SOM/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ