logo

ສຽງ​ປຶນ​ພັດ​ດັງ​ຂຶ້ນ​ພາຍ​ຫຼັງ ປາ​ກິດ​ສະ​ຖານ ແລະ ອາບ​ກາ​ນິດ​ສະ​ຖານ​ ກັບ​ຄືນເຂົ້າ​ໂຕະ​ໂຈ​ລະ​ຈາ

2025/11/7 | 07:44:27
(VOVWORLD) - ສື່ມວນຊົນ ປາກິດສະຖານ ໄດ້ຄັດສະເໜີຄຳເວົ້າຂອງລັດຖະບານປະເທດນີ້ໂດຍໃຫ້ຮູ້ວ່າ ເຫດຍິງປຶນໄດ້ເລີ່ມຈາກຝ່າຍ ອາບການິດສະຖານ ແລະ ກຳລັງປ້ອງກັນຄວາມໝັ້ນຄົງ ປາກິດສະຖານ ໄດ້ໂຕ້ຕອບຢ່າງທັນທີ.

ສຽງປຶນພັດດັງຂຶ້ນຢູ່ເຂດຊາຍແດນ ປາກິດສະຖານ ແລະ ອາບການິດສະຖານ ໃນຕອນບ່າຍວັນທີ 6 ພະຈິກ, ພາຍຫຼັງຄະນະເຈລະຈາສັນຕິພາບ 2 ຝ່າຍເລີ່ມຕົ້ນການໂອ້ລົມສົນທະນາຄັ້ງທີ 3 ເພື່ອເຊື່ອມຕໍ່ການເຈລະຈາສັນຕິພາບສອງຝ່າຍຢູ່ Istanbul, ຕວັກກີ. ຄືຕາມປົກກະຕິ, ສອງຝ່າຍສືບຕໍ່ຖີ້ມໂທດໃສ່ກັນກ່ຽວກັບເລື່ອງລະເມີດຂໍ້ຕົກລົງຢຸດຍິງຊົ່ວຄາວ.

ສື່ມວນຊົນ ປາກິດສະຖານ ໄດ້ຄັດສະເໜີຄຳເວົ້າຂອງລັດຖະບານປະເທດນີ້ໂດຍໃຫ້ຮູ້ວ່າ ເຫດຍິງປຶນໄດ້ເລີ່ມຈາກຝ່າຍ ອາບການິດສະຖານ ແລະ ກຳລັງປ້ອງກັນຄວາມໝັ້ນຄົງ ປາກິດສະຖານ ໄດ້ໂຕ້ຕອບຢ່າງທັນທີ. Islamabad ປະກາດວ່າກຳລັງປ້ອງກັນຄວາມໝັ້ນຄົງຂອງປະເທດນີ້ ຕ້ອງມີປະຕິກິລິຍາໃນວິທີທີ່ລະມັດລະວັງ ແລະ ມີຄວາມຮັບຜິດຊອບ ແລະ ຄຳສັ່ງຢຸດຍິງຍັງມີຜົນບັງຄັບໃຊ້ ໂດຍບໍ່ຫົວຊາຕໍ່ການລະເມີດຂອງປະເທດບ້ານໃກ້ເຮືອນຄຽງ. ກະຊວງຖະແຫຼງຂ່າວ ແລະ ກະຈາຍສຽງໂທລະພາບ ປາກິດສະຖານ ໃຫ້ຮູ້ວ່າ ປາກິດສະຖານ ຍັງໃຫ້ຄຳໝັ້ນສັນຍາ ແກ້ໄຂບັນດາບັນຫາຢູ່ເຂດຊາຍແດນຜ່ານການໂອ້ລົມສົນທະນາ ແລະ ລໍຄອຍການຕອບກັບ ແລະ ຄວາມເຂັ້ມງວດຂອງ ອາບການິດສະຖານ.

ໃນຂະນະນັ້ນ, ຈາກ Kabul, ທ່ານ Zabihullah Mujahid ໂຄສົກຂອງອຳນາດການປົກຄອງ ຕາລີບານ ໄດ້ກ່າວຫາ ປາກິດສະຖານ ລະເມີດຄຳສັ່ງຢຸດຍິງເມື່ອຍິງປຶນ ແລະ ປຶນໃຫຍ່ເປັນສອງຄັ້ງ ເລັ່ງໃສ່ເຂດຊາຍແດນຂອງ ອາບກະນິດສະຖານ ຢູ່ເມືອງ Spin Boldak, ແຂວງ Kandahar.


TAG
VOV/VOVworld/ປາ​ກິດ​ສະ​ຖານ/ອາບ​ກາ​ນິດ​ສະ​ຖານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ