logo

ສ​.ເກົາຫຼີ ຈັດ​ກອງ​ປະ​ຊຸມ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ສາ​ກົນ ຢູ່​ທະ​ເລ​ຄັ້ງ​ທີ 4

2025/11/14 | 12:51:52
(VOVWORLD) - ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 10 ອົງການສ.ເກົາຫຼີ ແລະ 10 ອົງການສາກົນ, ໃນນັ້ນມີກົມສືບສວນ ສະຫະລັດ ອາເມລິກາ (FBI), ກອງກຳລັງປ້ອງກັນ ທະເລ ອາເມລິກາ (USCG), ກົມປ້ອງກັນຄວາມໝັ້ນຄົງໃນການເດີນເຮືອ ຍີ່ປຸ່ນ ແລະ ກຳລັງປ້ອງກັນເຂດຊາຍແດນ ຟີລິບປິນ, ໄທ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມສາກົນ ຄັ້ງທີ 4 ກ່ຽວກັບການ ປ້ອງກັນ, ຕ້ານອາດຊະຍາກຳທະເລ ໄດ້ດຳເນີນໃນວັນທີ 13 – 14 ພະຈິກ, ຢູນະຄອນ Incheon. ເຫດການໂດຍທະຫານ ສ.ເກົາຫຼີ (KCG) ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການພາຍໃນ ແລະ ນອກສ.ເກົາຫຼີ ເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນກັບອາດຊະຍາກຳຂ້າມຊາຍແດນຄື ການຄ້າເຖື່ອນ, ເຂົ້າເມືອງຜິດກົດໝາຍ ແລະ ຮົ່ວໄຫຼເຕັກໂນໂລຢີອຸດສາຫະກຳ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 10 ອົງການສ.ເກົາຫຼີ ແລະ 10 ອົງການສາກົນ, ໃນນັ້ນມີກົມສືບສວນ ສະຫະລັດ ອາເມລິກາ (FBI), ກອງກຳລັງປ້ອງກັນ ທະເລ ອາເມລິກາ (USCG), ກົມປ້ອງກັນຄວາມໝັ້ນຄົງໃນການເດີນເຮືອ ຍີ່ປຸ່ນ ແລະ ກຳລັງປ້ອງກັນເຂດຊາຍແດນ ຟີລິບປິນ, ໄທ. ກອງປະຊຸມໄດ້ສຸມໃສ່3 ຫົວຂໍ້ຫຼັກ: ການຄ້າເຖື່ອນ ແລະ ການເຂົ້າເມືອງແບບຜິດກົດໝາຍຢູ່ທະເລ, ການຄ້າຂາຍ, ຂົນສົ່ງຢາເສັບຕິດທາງທະເລ ແລະ ສະກັດກັ້ນການຮົ່ວໄຫຼ ເຕັກໂນໂລຢີໃນຂະແໜງອຸດສາຫະກຳທາງທະເລ. ບັນດາຝ່າຍໄດ້ແບ່ງປັນບົດຮຽນປະສົບການ, ຍົກອອກບັນດາເຫດການ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຮ່ວມມືໃນຕົວຈິງເພື່ອມຸ່ງໄປເຖິງການເພີ່ມທະວີຄວາມສາມາດໃນການສົມທົບກັນຮັບມື.

TAG
VOV/VOVworld/ສ​.ເກົາຫຼີ/​ກອງ​ປະ​ຊຸມ​ປ້ອງ​ກັນ/​ອາດ​ຊະ​ຍາ​ກຳ​ສາ​ກົນ/​ທະ​ເລ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ