logo

ສ ເກົາຫລີ, ຍີ່ປຸ່ນ ແລະ ອາເມລິກາ ປຶກສາຫາລືກ່ຽວກັບສະພາບການຢູ່ແຫລມເກົາຫລີ

2012/5/21 | 10:54:53
ວັນ​ທີ 21/5, ບັນດາ​ເຈົ້າ​ຫນ້າ​ທີ່ ສ ​ເກົາຫລີ, ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສາມ​ຝ່າຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ໃຫມ່​ຢູ່​ໃນ​ແຫລມ​ເກົາຫລີ

ທ່ານGlyn Davies ທູດພິເສດຂອງອາເມລິກາ ແລະ ທ່ານLim Sung Nam ຫົວຫນ້າຄະນະຜູ້ແທນ ສເກົາຫລີ
ພາບປະກອບ:internet

(vovword)- ວັນ​ທີ 21/5, ຢູ່ ​ເຊີ​ອູ​ນ ປະ​ເທດ ​ສາທາລະນະ​ລັດ​ເກົາຫລີ (ສ​ເກົາຫລີ), ບັນດາ​ເຈົ້າ​ຫນ້າ​ທີ່ ສ ​ເກົາຫລີ, ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສາມ​ຝ່າຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ໃຫມ່​ຢູ່​ໃນ​ແຫລມ​ເກົາຫລີ. ການ​ພົບ​ປະ​ດຳ​ເນີນ​ໄປ​ໃນ​ສະພາບ​ການ 3 ປະ​ເທດ​​ນີ້ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ ສປປ ​ເກົາຫລີ ພວມ​ມີ​ການ​ກະທຳ​ກະກຽມ​ໃຫ້​ແກ່​ການ​ຍິງ​ທົດ​ລອງ​ນິວ​ເຄຼຍ. ກ່າວ​ຄຳ​ປາ​ໄສເປີດ​ສາກກອງ​ປະຊຸມ, ທ່ານ Lim Sung Nam  ຫົວຫນ້າ​ຄະນະ​ຜູ້​ແທນ ສ​ເກົາຫລີ ຖື​ວ່າ: ພາຍຫລັງ​ກໍລະນີ​ຍິງ​ດາວ​ທຽມ​ ຂອງ ສ​ປປ ​ເກົາຫລີ ​ໃນ​ເດືອນ 3/2012 ຖືກປະລາ​ໄຊ, ປະຊາ​ຄົມ​ສາກົນ ປາດ​ຖະຫນາ​ວ່າ ພຽງ​ຢາງ ຈະ​ລະງັບ​ໃຈ, ບໍ່​ມີ​ການ​ກະທຳ​ເກາະ​ຜິດ​ໃດ​ໃນ​ອະນາຄົດ. ທ່ານ Lim Sung Nam ກໍ​ຖື​ວ່າ: ຈະ​ມີ​ວິທີ​ສຳ​ພັດ​ອື່ນ ຖ້າ​ຫາກ ພຽງ​ຢາງ ມີ​ການ​ຕົກລົງ​ຢ່າງ​ຖືກຕ້ອງ ​ແລະ ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ ການ​ພົບ​ປະ​ສາມ​ຝ່າຍ​ຄັ້ງ​ນີ້​ຈະ​ເຮັດ​ໃຫ້ ພຽງ​ຢາງ ມີ​ການ​ກະທຳ​ອັນ​ຖືກຕ້ອງ ​ແລະ ສັນຕິ.

 

 

 

TAG
ເກົາຫລີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ