logo

ສ.ເກົາຫຼີ ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ທະ​ຫານ​ກັບ ສ​ປ​ປ.ເກົາຫຼີ ພາຍຫຼັງ 7 ປີ

2025/11/18 | 09:20:10
(VOVWORLD) - ວັນທີ 17 ພະຈິກ, ສ.ເກົາຫຼີ ໄດ້ສະເໜີຈັດການເຈລະຈາດ້ານການທະຫານກັບ ສປປ.ເກົາຫຼີ ເພື່ອປຶກສາຫາລືມາດຕະການເຮັດແຈ້ງເສັ້ນຊາຍແດນດ້ານການທະຫານ (MDL), ໃນສະພາບທະຫານ ສປປ.ເກົາຫຼີ ໄດ້ຂ້າມເສັ້ນຊາຍແດນຫຼາຍເທື່ອເມື່ອປະຕິບັດໜ້າທີ່ຢູ່ໃກ້ເຂດຊາຍແດນ. 
ທ່ານຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ Kim Hong Cheol (ພາບ: REUTERS)

ທ່ານ Kim Hong Cheol ຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ ໃຫ້ຮູ້ວ່າ ເຊີອູນ ປາດຖະໜາຢາກໃຫ້ສອງຝ່າຍປຶກສາຫາລືເພື່ອສະກັດກັ້ນການກະທຳໂດຍບໍ່ຕັ້ງໃຈ ແລະ ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ພ້ອມດຽວກັນນັ້ນ ກໍສະແດງຄວາມຫວັງວ່າ ພຽງຢາງ ຈະມີການສ່ອງແສງຄືນຢ່າງຕັ້ງໜ້າ. ສ.ເກົາຫຼີ ກໍກຽມພ້ອມປຶກສາຫາລືກ່ຽວກັບເວລາ ແລະ ສະຖານທີ່ຈັດຕັ້ງ.

ພ້ອມກັບຂໍ້ສະເໜີຈັດການເຈລະຈາ, ສ.ເກົາຫຼີ ໄດ້ປົດໂທລະໂຄ່ງ ແລະ ຢຸດຕິການອອກອາກາດລາຍການໂຄສະນາເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສ.ເກົາຫຼີ ແລະ ສປປເກົາຫຼີ. ເຖິງຢ່າງໃດກໍຕາມ, ເລື່ອງ ສປປ. ເກົາຫຼີ ຈະຮັບຮອງດຳເນີນການເຈລະຈາໄດ້ຫຼືບໍ່ນັ້ນ ແມ່ນຍັງບໍ່ທັນຈະແຈ້ງເທື່ອ. ຖ້າດຳເນີນ, ນີ້ຈະແມ່ນການເຈລະຈາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດ ນັບແຕ່ປີ 2018 ເປັນຕົ້ນມາ. ກອງບັນຊາການ ສປຊ (UNC) ເນັ້ນໜັກວ່າ ຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມທີ່ເໝາະສົມກັບ ສັນຍາຢຸດຍິງ ແລະ ຫຼຸດຜ່ອນຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

TAG
VOV/VOVworld/ສ.ເກົາຫຼີ ສະ​ເໜີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ດ້ານ​ການ​ທະ​ຫານ​/ສ​ປ​ປ​.ເກົາຫຼີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ