logo

ສ.ເກົາຫຼີ ຮັດແໜ້ນຄວາມປອດໄພ ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼີຍ

2012/3/13 | 07:09:40
ສ.​ເກົາຫຼີ ​ໄດ້​ປະກ​າດບັນດາ​ມາດ​ຕະການ​ຮັກສາ​ຄວາມປອດ​ໄພ​​ເຊິ່ງຈະ​ຖືກ​ຈັດ​ວາງເພື່ອ​​ຮັບປະກັນ​ໃຫ້​ແກ່​ການຈັດ​ຕັ້ງກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼີຍທີ່​​ຈະຈັດ​ຂຶ້ນຢູ່ Seul

( ພາບ: cand.com.vn )
( vovworld ) - ວັນ​ທີ 13/3, ສ.​ເກົາຫຼີ ​ໄດ້​ປະກ​າດບັນດາ​ມາດ​ຕະການ​ຮັກສາ​ຄວາມປອດ​ໄພ​​ເຊິ່ງຈະ​ຖືກ​ຈັດ​ວາງເພື່ອ​​ຮັບປະກັນ​ໃຫ້​ແກ່​ການຈັດ​ຕັ້ງກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼີຍທີ່​​ຈະຈັດ​ຂື້ນຢູ່ Seul ​ໃນ​ລະຫວ່າງ​ວັນທີ 26 – 27/3 ​ໃຫ້ສຳ​ເລັດ​ຜົນ. ທ່ານ Cho Hyun Oh, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຕຳຫຼວດ​ແຫ່ງ​ຊາດ​ຊີ້​ແຈງ​ບັນດາ​ວຽກ​ງານຮັບປະກັນ​ຄວາມ​ປອດ​ໄພ​ຄື; ມາດ​ຕະການ​ຕ້ານ​ການ​ແຫ່​ຂະ​ບວນປະທ້ວງຜິດກົດໝາຍ, ຈັດ​ສັນການ​ຄົມມະນາຄົມ… ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ແກ່​ເຫດການ​ທີ່ມີ​ລັກສະນະ​ທົ່ວ​ໂລກ​ນີ້. ສ.​ເກົາຫຼີ ຈະ​ລະດົມກຳລັງ​ຕຳຫຼວດ​ປະມານ 36.000 ຄົນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຢ່າງ​​ແນ່ນອນໃຫ້​ແກ່​ການ​ນ​ຳຂອງບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນີ້. ຄຽງ​ຂ້າງ​ນັ້ນ, ມີ​ທະຫານ ​ແລະ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບປະມານ 5.000 ຄົນ ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ຮັບ​ມື​ກັບ​ເຫດການ​ກໍ່​ການຮ້າຍທີ່ອາດ​ຈະ​ເກີດ​ຂຶ້ນ, ​ເຊິ່ງລວມທັງ​ການ​ໂຈມ​ຕີ​ທາງ​ເຄື່ອຂ່າຍ​ອິນ​ເຕີ​ແນດ.
TAG
ສ.​ເກົາຫຼີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ