logo

ສ.ເກົາຫຼີ ເຊື່ອມຕໍ່ວິວັດທະນາການສັນຕິພາບຢູ່ແຫຼມ ເກົາຫຼີ

2025/12/8 | 08:37:18
(VOVWORLD) - ປີ 2026 ຈະກາຍເປັນປີທຳອິດໃຫ້ແກ່ການພັດທະນາກະໂດດຂັ້ນຂອງ ສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ ແລະ ການທູດ

        ໂດຍບໍ່ຫົວຊາຕໍ່ທ່າທີຂອງ ສປປ.ເກົາຫຼີ, ສ.ເກົາຫຼີ ຍັງຢຶດໝັ້ນຕໍ່ນະໂຍບາຍໄກເກ່ຍປອງດອງລະຫວ່າງ 2 ຝ່າຍ ແລະ ສືບຕໍ່ມານະພະຍາຍາມເພື່ອເຊື່ອມຕໍ່ການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ.

        ໃນບົດຄຳຕອບທີ່ໄດ້ຍົກອອກມາທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 07 ທັນວາ, ທີ່ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ, ທ່ານ Wi Sung lac, ຫົວໜ້າອົງການຄວາມໝັ້ນຄົງແຫ່ງຊາດ ສ.ເກົາຫຼີ, ເນັ້ນໜັກວ່າ ປີ 2026 ຈະກາຍເປັນປີທຳອິດໃຫ້ແກ່ການພັດທະນາກະໂດດຂັ້ນຂອງ ສ.ເກົາຫຼີ ໃນຂົງເຂດຄວາມໝັ້ນຄົງ ແລະ ການທູດ; ພ້ອມກັນນັ້ນ ຈະເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ແລະ ຊຸກຍູ້ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ຢ່າງເປັນທາງການ.

        ຕາມທ່ານ Wi Sung lac ແລ້ວ, ສ.ເກົາຫຼີ ຈະພ້ອມກັບ ສປປ.ເກົາຫຼີ ແລະ ອາເມລິກາ ແລກປ່ຽນບັນດາທັດສະນະມຸ່ງໄປເຖິງຄວາມເຂົ້າໃຈເຊິ່ງກັນແລະກັນ, ພ້ອມກັນນັ້ນ, ຈະຮັດແໜ້ນການຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອແກ້ໄຂບັນຫາແຫຼມເກົາຫຼີ.

TAG
VOV/VOVworld/​ພັດ​ທະ​ນາ/​ກະ​ໂດດ​ຂັ້ນ​/​ສັນ​ຕິ​ພາບ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ