logo

ຫໍພິພິທະພັນ ຮຸ່ງເວືອງ ວາດພາບເຖິງເທບນິຍາຍດິນແດນແຫ່ງບັນພະບຸລຸດ

2018/6/17 | 05:26:56
(VOVWORLD) - ໂດຍຖືກຕັ້ງບົນໂນນໜ່ວຍໜຶ່ງທີ່ຕາແສງ ຮີເກືອງ, ນະຄອນຫວຽດຈີ່, ແຂວງຟູ້ເທາະ, ນອນໃນກຸ່ມເຂດປູູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ຫໍພິພິທະພັນ ຮຸ່ງເວືອງ ແມ່ນສະຖາປັດຕະຍະກຳທີ່ເປັນເອກະລັກ, ວາດພາບເຖິງໄລຍະປະຫວັດສາດປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ.

ຫໍພິພິທະພັນ ຮຸ່ງເວືອງ ນອນໃນກຸ່ມເຂດປູູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ, ແມ່ນສະຖານທີ່ພິເສດໃນການເຫຼື້ອມໃສຂອງຊາວຫວຽດນາມແຕ່ລະຄົນ.

ຫໍພິພິທະພັນ ຮຸ່ງເວືອງ ໄດ້ຮັບການກໍ່ສ້າງແຕ່ຊຸມປີທ້າຍທົດສະວັດ 80 ຂອງສະຕະວັດກ່ອນ ແລະ ໄດ້ຜ່ານການບູລະນະປະຕິສັງຂອນ ຫຼາຍເທື່ອ.

ບັນດາຄ້ອງບັ້ງໃນ ຫໍພິພິທະພັນ ຮຸ່ງເວືອງ

ຜ່ານບັນດາຄ້ອງບັ້ງ ຊຶ່ງແມ່ນວັດຖຸພັນແຫ່ງປະຫວັດສາດທີ່ເປັນເອກະລັກ ໄດ້ຊ່ວຍໃຫ້ຜູ້ຊົມເຫັນໄດ້ການດຳເນີນຊີວິດວັດທະນະທຳ, ເສດຖະກິດຜ່ານລາດຊະວົງຮຸ່ງສະໄໝຕ່າງໆ.

-         ຈາກບັນດາວັດຖຸພັນ, ເຄື່ອງມືຮັບໃຊ້ການຜະລິດ, ການດຳເນີນຊີວິດຂອງຊາວຫວຽດເດີມ, ສ່ອງແສງເຖິງສິ່ງຍອດຍິ່ງທາງດ້ານວັດທະນະທຳຜ່ານບັນດາໄລຍະປະຫວັດສາດ

ປະຈຸບັນ, ຢູ່ຫໍພິພິທະພັນ ຮຸ່ງເວືອງ ມີວັດຖຸພັນບູຮານເກືອບ 700 ຢ່າງໃນຈຳນວນວັດຖຸພັນທັງໝົດກ່ວາ 4000 ຢ່າງ ຖືກເກັບຮັກສາ ແລະ ວາງສະແດງຢູ່ຕາມ 5 ຫ້ອງຫົວເລື່ອງ: ປະເທດຊາດ ແລະ ຊາວຫວຽດນາມສະໄໝປະຖົມບູຮານ; ເລີ່ມສ້າງສາປະເທດຊາດ; ພາລະກິດສ້າງສາປະເທດ ວັນລາງຂອງບັນດາເຈົ້າຊີວິດຮຸ່ງ; ເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ການບູຊາເຈົ້າຊີວິດຮຸ່ງ ຢູ່ຟອງເຈົາ; ນ້ຳໃຈຂອງປະຊາຊົນທີ່ມີຕໍ່ ວິຫານຮຸ່ງ 

ວັນທີ 18 ກຸມພາປີ 1946, ກວ່າ 5 ເດືອນພາຍຫຼັງວັນສະຖາປະນາປະເທດຊາດ, ປະທານໂຮ່ຈິມິນໄດ້ເຊັນ ລັດຖະດຳລັດເລກທີ 22 CNV/CC ກ່ຽວກັບການອະນຸຍາດໃຫ້ລັດຖະກອນທົ່ວປະເທດໄດ້ພັກການ ໃນວັນບູຊາເຈົ້າຊີວິດຮຸ່ງ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນແຕ່ລະປີ ເພື່ອອາໄລຫາບັນພະບຸລຸດ. ໃນຮູບຖ່າຍ ແມ່ນກຸ່ມຮູບປັ້ນ ວາດພາບເຖິງການໂອ້ລົມຂອງປະທານໂຮ່ຈິມິນ ກັບພະນັກງານ, ນັກຮົບຫວຽດນາມ ພວມກະກຽມ ມາຮັບການຄຸ້ມຄອງນະຄອນຫຼວງເມື່ອວັນທີ 18/9/1954.

.    ຮູບຖ່າຍເອກະສານທີ່ວາງສະແດງໃນຫໍພິພິທະພັນ ຮຸ່ງເວືອງ ໄດ້ຖ່າຍເອົາ ຈຸດເວລາຂອງການໂອ້ລົມດັ່ງກ່າວ. ໃນການໂອ້ລົມນີ້, ປະທານໂຮ່ຈິມິນ ໄດ້ມີຄຳບອກເຕືອນທີ່ອະມະຕະວ່າ : “ ບັນດາເຈົ້າຊີວິດຮຸ່ງມີຄຸນງາມຄວາມດີໃນການສ້າງສາປະເທດຊາດ, ລຸງ ແລະ ພວກຫຼານຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”  


TAG
VOV/VOVworld/ຫໍພິພິທະພັນ ຮຸ່ງເວືອງ/ບັນພະບຸລຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ