logo

ຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ

2019/11/30 | 07:24:00
(VOVWORLD) -ຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ ແມ່ນນອນຢູ່ລຸ່ມອະນຸສາວະລີຊາວໜຸ່ມຕະລຸມບອນເປີດເສັ້ນທາງແຫ່ງຄວາມຜາສຸກ, ໂດຍຕັ້ງຢູ່ກີ່ວ ມ້າຟີ່ແລ່ງ, ດ້ວຍຍອດມູນຄ່າກໍ່ສ້າງກວ່າ 2 ຕື້ດົງ ແລະ ມີເນື້ອທີ່ກວ້າງ 90 ຕາແມັດ.

ເສັ້ນທາງແຫ່ງຄວາມຜາສຸກ ໂດຍປະທານໂຮ່ຈີມິນ ຕັ້ງຊື່ເອີ້ນໃຫ້ທາງຫຼວງ 4C, ມີຄວາມຍາວ 185 ກມ ຈາກນະຄອນ ຮ່າຢາງ ໄປ 4 ເມືອງຢູ່ເຂດພູສູງທາງທິດເໜືອຂອງແຂວງ ເຊິ່ງລວມມີ: ກວານບ້າ, ອຽນມິງ, ດົ່ງວັນ, ແມ່ວຫວາກ.

ຊາວໜຸ່ມຕະລຸມບອນນັບໝື່ນຄົນໄດ້ກໍ່ສ້າງເສັ້ນທາງນັບແຕ່ຊຸມປີ 50 – 60 ຂອງສະຕະວັດກ່ອນ. ເສັ້ນທາງດັ່ງກ່າວໄດ້ນຳມາເຊິ່ງການດຳລົງຊີວິດທີ່ອິ່ມໜຳສຳລານໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູຫີນ ດົ່ງວັນ, ອັນໄດ້ສະແດງໃຫ້ເຫັນເຖິງກຳລັງແຮງຂອງມະນຸດຕໍ່ຄວາມຮ້າຍແຮງຂອງທຳມະຊາດ

ພິທີເປີດສະຫຼອງກິດຈະກຳຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ

ວັນທີ 18 ກັນຍາ 2019, ຄະນະກຳມະການປະຊາຊົນເມືອງ ແມ່ວຫວາກ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນການຄ້າ ແລະ ທ່ອງທ່ຽວພູຫີນ ດົ່ງວັນ ຈັດພິທີເປີດສະຫຼອງຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກ.

ກິດຈະກຳດັ່ງກ່າວ ໄດ້ເລີ່ມກໍ່ສ້າງເມື່ອເດືອນ ມິຖຸນາ 2018. ກິດຈະກຳຕັ້ງຢູ່ລຸ່ມອະນຸສາວະລີຊາວໜຸ່ມຕະລຸມບອນ ໂດຍຕັ້ງຢູ່ກີ່ວ ມ້າຟີ່ແລ່ງ, ດ້ວຍຍອດມູນຄ່າກໍ່ສ້າງກວ່າ 2 ຕື້ດົງ ແລະ ມີເນື້ອທີ່ກວ້າງ 90 ຕາແມັດ.
ຜ່ານການກໍ່ສ້າງມາເປັນເວລາ 8 ເດືອນ, ຫໍພິພິທະພັນໄດ້ນຳເຂົ້າເຄື່ອນໄຫວ, ອັນໄດ້ປະກອບສ່ວນເຜີຍແຜ່, ສຶກສາມູນເຊື້ອ, ປະຫວັດສາດວິລະຊົນໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ນັກຮົບທົ່ວປະເທດ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ. ສະຖານທີ່ແຫ່ງນີ້ໄດ້ຮັບຄວາມຫວັງວ່າ ຈະແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມ, ຊອກຮູ້ເສັ້ນທາງແຫ່ງຄວາມຜາສຸກແຫ່ງເທບນິຍາຍນີ້.
ພາບຖ່າຍຂອງຫໍພິພິທະພັນເສັ້ນທາງແຫ່ງຄວາມຜາສຸກຈຳນວນໜຶ່ງ:
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ