logo

ຫວຽດ​ນາມ​ກໍ່​ສ້າງ​ສະ​ຖາ​ບັນ​ເສດ​ຖະ​ກິດ-ການ​ເງິນ​ໃຫ້​ແກ່​ລາວ

2019/7/19 | 10:39:00
(VOVWORLD) - ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ກະຊວງການເງິນຫວຽດນາມ ສົມທົບກັບກະຊວງການເງິນລາວ ຈັດພິທີເລີ່ມລົງມືກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3.

ພາບ: TBTCVN

  ກ່າວຄຳເຫັນທີພິທີ, ທ່ານດິງຕຽນຢຸ້ງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ: ໂດຍເລີ່ມຈາກໝາກຜົນ, ປະສິດທິຜົນຂອງໂຄງການລົງທຶນກໍ່ສ້າງໄລຍະທີ 1 ແລະ ທີ 2, ບົນພື້ນຖານພິຈາລະນາຄວາມຕ້ອງການບຳລຸງສ້າງດ້ານເສດຖະກິດ, ການເງິນທີ່ນັບມື້ນັບເພີ່ມຂຶ້ນຢູ່ລາວນັ້ນ, ລັດຖະບານສອງປະເທດຫວຽດນາມ ແລະ ລາວ ໄດ້ອະນຸຍາດໃຫ້ລົງທຶນ ກໍ່ສ້າງສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3 ໃນສັນຍາກ່ຽວກັບການຮ່ວມມືສອງຝ່າຍລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ໄລຍະ 2016 - 2020. ຕາມທ່ານລັດຖະມົນຕີດິງຕຽນຢຸ້ງແລ້ວ, ເມື່ອໂຄງການສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ໄລຍະທີ 3 ໄດ້ກໍ່ສ້າງສຳເລັດ, ພ້ອມກັບພື້ນຖານວັດຖຸທີ່ໄດ້ຮັບການລົງທຶນໃນໄລຍະທີ 1 ແລະ ທີ 2 ນັ້ນ, ໂຄງການດັ່ງກ່າວຈະຮັບປະກັນການບຳລຸງສ້າງໃຫ້ແກ່ນັກສຶກສາໄດ້ 4000 ຄົນ ແລະ ພະນັກງານຂະແໜງການເງິນ 300 ກ່ວາຄົນ ມາຮ່ຳຮຽນ ແລະ ຄົ້ນຄ້ວາ… ສົມເປັນສະຖານທີ່ບຳລຸງສ້າງນັກສຶກສາດີເດັ່ນລຸ້ນຕ່າງໆ, ສະໜອງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງຍຸກສະໄໝໃໝ່.

ສ່ວນທ່ານລັດຖະມົນຕີກະຊວງການເງິນລາວ ສົມດີ ດວງດີ ຢືນຢັນວ່າ: ນີ້ແມ່ນໂຄງການທີ່ສຳຄັນ ມີຄວາມໝາຍດ້ານການເມືອງ ແລະ ຍຸດທະສາດ, ແມ່ນການເຄື່ອນໄຫວຮ່ວມມືຈຸດສຸມຂອງກະຊວງການເງິນສອງປະເທດລາວ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

TAG
VOV/VOVworld/ທ່ານດິງຕຽນຢຸ້ງ/​ເລີ່ມ​ລົງ​ມືກໍ່​ສ້າງ/ສະ​ຖາ​ບັນ​ເສດ​ຖະ​ກິດ-ການ​ເງິນ/​​ດົງ​ຄຳ​ຊ້າງ/ໄລ​ຍະ​ທີ 3

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ