logo

ຫວຽດ​ນາມ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດຸດ​ດື່ມ​ສຳ​ລັບ​ປະ​ຊາ​ຄົມ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​​ປະດິດຄິດສ້າງ

2025/12/14 | 12:32:57
(VOVWORLD) -  ວັນບຸນເລີ່ມຕົ້ນທຸລະກິດນະວັດຕະກຳແຫ່ງຊາດ - TECHFEST ຫວຽດນາມ 2025 ດ້ວຍຫົວຂໍ້ “ເລີ່ມຕົ້ນທຸລະກິດປະດິດຄິດສ້າງທົ່ວປວງຊົນ - ກຳລັໜູນເຕີບໂຕໃໝ່” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 13 ທັນວາ, ຢູ່ສະໜາມຫຼວງ ດົງກິງເຫງຍທູກ (ຮ່າໂນ້ຍ).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ກົນໄກ, ນະໂຍບາຍຊຸກຍູ້ການເລີ່ມຕົ້ນທຸລະກິດ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ກົມການເມືອງໄດ້ປະກາດໃຊ້ມະຕິຍຸດທະສາດສະບັບຕ່າງໆໃນຫຼາຍຂົງເຂດ, ໃນນັ້ນ ມີມະຕິສະບັບເລກທີ 57, 59, 66, 68, 70, 71, 72… ກຳນົດວ່າ ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແມ່ນບຸກທະລຸແກ່ນສານ.

        ທ່ານນາຍົກລັດຖະມົນຕີ ຊີ້ໃຫ້ເຫັນບາງໜ້າທີ່ທີ່ຕ້ອງປະຕິບັດໃນໄລຍະຈະມາເຖິງເພື່ອນຳ ຫວຽດນາມ ກາຍເປັນປະເທດເລີ່ມຕົ້ນທຸລະກິດ, ນະວັດຕະກຳ, ເພື່ອໃຫ້ ຫວຽດນາມ ສືບຕໍ່ມີບໍລິສັດ “ຢູນີຄອນ” ເຕັກໂນໂລຢີ, ເພື່ອໄປທັນ ແລະ ທຽບທັນ ແລະ ສາມາດບືນຕົວຂຶ້ນໃນກະແສເຕັກໂນໂລຢີທົ່ວໂລກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວິສາຫະກິດ, ນັກລົງທຶນ, ຕ້ອງເສີມຂະຫຍາຍບົດບາດເປັນໃຈກາງຂອງນະວັດຕະກຳ; ເປັນເຈົ້າການລົງທຶນເຕັກໂນໂລຢີ, ຮູບແບບໃໝ່ ແລະ ເຂົ້າຮ່ວມການຫຼໍ່ລ້ຽງ, ເພີ່ມລະດັບຄວາມໄວຂອງບັນດາຜູ້ເລີ່ມຕົ້ນທຸລະກິດ; ປະຊາຊົນ; ໂດຍສະເພາະແມ່ນລຸ້ນໜຸ່ມ, ເສີມຂະຫຍາຍຈິດໃຈເລີ່ມຕົ້ນທຸລະກິດ, ກ້າຄິດ, ກ້າທຳ, ກ້າຍອມຮັບຄວາມສ່ຽງ; ກາຍເປັນວັດທະນະທຳນະວັດຕະກຳໃນທົ່ວສັງຄົມ.

ລ້າຍວາ

TAG
VOV/VOVworld/​ວັນ​ບຸນ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ - TECHFEST ຫວຽດ​ນາມ 2025

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ