logo

ຫວຽດນາມກາຍເປັນປະທານ ADMM ແລະ ADMM+ ຢ່າງເປັນທາງການ

2019/11/19 | 09:40:43
(VOVWORLD) -ພິທີມອບ-ຮັບຕຳແໜ່ງປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ແລະ ປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ປີ 2020 ໃນຕອນບ່າຍວັນທີ 18 ພະຈິກທີ່ ນະຄອນຫຼວງບາງກອກ, ປະເທດໄທ. 
ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຮັບສັນຍາລັກແຫ່ງບົດບາດການເປັນປະທານ ADMM ແລະ ADMM+, ຈາກທ່ານພົນເອກ ປຣະວິດວົງສຸວັນ, ຮອງນາຍົກລັດຖະມົນຕີໄທ (ພາບ: TTXVN)

ທ່ານພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ຂຶ້ນຮັບສັນຍາລັກແຫ່ງບົດບາດການເປັນປະທານ ADMM ແລະ ADMM+, ຈາກທ່ານພົນເອກ ປຣະວິດວົງສຸວັນ, ຮອງນາຍົກລັດຖະມົນຕີໄທ.

        ກາ່ວທີ່ພິທີ, ທ່ານພົນເອກໂງຊວັນລິກໄດ້ຢັ້ງຢືນວ່າໄປພ້ອມກັບບັນດາຜົນສຳເລັດຂອງກົນໄກ ADMM ແລະ ADMM+ ໃນຊຸມປີຜ່ານມາ, ໝາກຜົນຕັ້ງໜ້າໃນປີ 2019 ຈະແມ່ນພື້ນຖານສະດວກເພື່ອໃຫ້ ຫວຽດນາມຮັບບົດບາດໜ້າທີ່ເປັນປະທານໃນປີ 2020; ພ້ອມດຽວກັນນັ້ນ, ບັນດາຂໍ້ລິເລີ່ມຕ່າງໆຂອງປະທານຊຸດກ່ອນນັ້ນ ຫວຽດນາມຈະສືບຕໍ່ຊຸກຍູ້. ໂດຍເນັ້ນໜັກຕໍ່ກັບເນື້ອໃນຈິດໃຈຫົວຂໍ້ ອາຊຽນໃນປີ 2020 “ສະໜິດຕິດພັນແລະເປັນເຈົ້າການໃນການຮັບມື”ເຊິ່ງຫວຽດນາມເປັນຜູ້ຄັດເລືອກ, ທ່ານລັດຖະມົນຕີໂງຊວັນລິກຫວັງວ່າບັນດາປະເທດສະມາຊິກ ຈະສືບຕໍ່ຮວ່ມແຮງຮວ່ມໃຈກັນປັບປຸງບັນດາກົນໄກການຮ່ວມມືດ້ານປ້ອງກັນຊາດ-ການທະຫານ, ກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສະໜິດຕິດພັນ ແລະມີຄວາມອາດສາມາດໃນການເປັນເຈົ້າການເພື່ອຮັບມືຕໍ່ກັບບັນດາປັດໄຈຜົນກະທົບພາຍນອກ.

        ກ່ອນນັ້ນ, ໃນວັນດຽວກັນ, ໄດ້ມີການດຳເນີນພິທີປິດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອາຊຽນເປີດກວ້າງ (ADMM+) ຄັ້ງທີ 6 ດ້ວຍຫົວຂໍ້ທີ່ວ່າ: “ຄວາມໝັ້ນຄົງແບບຍືນຍົງ”. ທີ່ກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດແຕ່ລະປະເທດ ໄດ້ແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທາງທະເລ, ໃນນັ້ນ, ມີທະເລຕາເວັນອອກ, ໃນຂະນະດຽວກັນກໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສັນຕິພາບແລະສະຖຽນສະພາບຢູ່ ທະເລຕາເວັນອອກຕໍ່ກັບຄວາມໝັ້ນຄົງໃນພາກພື້ນແລະໃນໂລກ. ລັດຖະມົນຕີຫຼາຍທ່ານໄດ້ເນັ້ນໜັກວ່າ:ຈະຕ້ອງໄດ້ເຄົາລົບນັບຖືກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະປາດຖະໜາວ່າການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແມ່ນມີປະສິດທິຜົນແລະແທດຈິງ.

        ທ່ານພົນຈັດຕະວາຫວູຕ໋ຽນຈ້ອງ, ຫົວໜ້າວິທະຍາຄານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຫົວໜ້າກຸ່ມເຮັດວຽກກ່ຽວກັບ ADMM ແລະ ADMM+, ໃຫ້ຮູ້ວ່າ:

ນີ້ແມ່ນບັນຫາເຊິ່ງບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດທີ່ເຂົ້າຮ່ວມ ADMM+ ສົນໃຈທີ່ສຸດ. ເຂົາເຈົ້າຖືວ່າສິ່ງຕ່າງໆທີ່ເກີດ ຢູ່ ທະເລຕາເວັນອອກຜ່ານມານັ້ນແມ່ນບັນດາການປະພຶດທີ່ບໍ່ສົມກັບຄຳເວົ້າ ໄປຄຽງຄູ່ກັບ ການກະທຳແລະ ມັນບໍ່ຄືໃນສັນຍາສາກົນກໍ່ຄື DOC ແລະມີບັນດາການກະທຳທີ່ບໍ່ເຄົາລົບຜົນປະໂຫຍດອັນຊອບທຳ, ບໍ່ຖືກຕ້ອງຕາມກົດໝາຍຂອງບັນດາປະເທດກາງແລະນ້ອຍ. ສະນັ້ນ, ຈຶ່ງເປັນການສ້າງຄວາມວິຕົກກັງວົນຕໍ່ບັນດາປະເທດຢູ່ໃນພາກພື້ນ, ລວມທັງບັນດາປະເທດທີ່ບໍ່ມີຖະແຫຼງການອະທິປະໄຕ ຢູ່ ທະເລຕາເວັນອອກ”

                                                        ນັກຂ່າວ VOV ປະຈຳການ ຢູ່ ປະເທດໄທ

TAG
VOV/VOVworld/ADMM/ADMM+/ໄທ/ຄວາມໝັ້ນຄົງແບບຍືນຍົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ