logo

ຫວຽດ​ນາມ - ກຳ​ປູ​ເຈຍ: ສາຍ​ພົວ​ພັນ​ແບບ​ພິ​ເສດ​ໄດ້​ຮັບ​ການ​ປັບ​ປຸງຢ່າງ​ບໍ່​ຢຸດ​ຢັ້ງ, ເປີດ​ສັງ​ກາດ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ຮ່ວມ​ມື

2025/11/29 | 07:58:13
(VOVWORLD) - ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 27 – 28 ພະຈິກ 2025. 
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ພົບປະແລກປ່ຽນກັບທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen  (ພາບ: VOV)

ວັນທີ 28 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 27 – 28 ພະຈິກ 2025, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາສູງ ກຳປູເຈຍ Samdech Techo Hun Sen ແລະ ທ່ານ Hun Manet ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ.

        ທີ່ການຕ້ອນຮັບ, ທ່ານ Hun Manet ປະທານສະພາສູງ ກຳປູເຈຍ ໄດ້ສະແດງຄວາມຊົມເຊີນທ່ານຮອງນາຍົກລັດຖະມົນຕີ ບຸ່ຍທັງເຊີນ ທີ່ໄດ້ນໍາພາຄະນະຜູ້ແທນ ຫວຽດນາມ ມາ ກຳປູເຈຍ ເພື່ອເປັນປະທານຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13 ແລະ ຢັ້ງຢືນວ່າ ກອງປະຊຸມນີ້ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ.

        ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຈະຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງ, ສັນຍາສະບັບຕ່າງໆລະຫວ່າງສອງປະເທດ, ໂດຍສະເພາະແມ່ນບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 13.

ນັກຂ່າວ VOV ປະຈຳ ກຳປູເຈຍ

TAG
VOV/VOVworld/ຫວຽດ​ນາມ - ກຳ​ປູ​ເຈຍ/ຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ