logo

ຫວຽດ​ນາມ - ກູ​ເວດ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

2025/11/18 | 09:02:00
(VOVWORLD) -ວັນທີ 17 ພະຈິກ, ໃນຂອບເຂດການຢ້ຽມຢາມ ກູເວດ ຢ່າງເປັນທາງການ, ພາຍຫຼັງພິທີຕ້ອນຮັບທາງການນັ້ນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Sheikh Ahmad Al-Abdullah Al-Sabah ນາຍົກລັດຖະມົນຕີ ກູເວດ.
ການພົບປະສອງຝ່າຍ (ພາບ: VGP)

ນະທີ່ນີ້, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ສູ້ຊົນນຳມູນຄ່າການຄ້າສອງຝ່າຍຂຶ້ນກວ່າ 12 – 15 ຕື້ USD ໃນປີ 2030. ຫວຽດນາມ ສະເໜີ ກູເວດ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ (FTA) ຫວຽດນາມ - ສະພາຮ່ວມມືເຂດອ່າວ (GCC) ແລະ ເລີ່ມດຳເນີນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ຫວຽດນາມ - ກູເວດ ໂດຍໄວ. ສອງຝ່າຍຢັ້ງຢືນຈະ ຊຸກຍູ້ເປີດກວ້າງການເຄື່ອນໄຫວຂອງໂຄງການກັ່ນຕອງນ້ຳມັນ ງິເຊີນ. ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາບໍລິການນ້ຳມັນອາຍແກັດ ແລະ ສະໜອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາໂຄງການຢູ່ ກູເວດ, ເປີດກວ້າງການຮ່ວມມືໄປສູ່ບາງໂຄງການໃໝ່, ພິເສດແມ່ນກໍ່ສ້າງໂຄງການສາງແຮໄວ້ ແລະ ສົ່ງຕໍ່ນ້ຳມັນອາຍແກັດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ກູເວດ ໃຫ້ຄຳໝັ້ນສັນຍາຊຸກຍູ້ກອງທຶນລົງທຶນສາທາລະນະ ກູເວດ ແລະ ບັນດານັກລົງທຶນ ກູເວດ ຜັນຂະຫຍາຍບັນດາໂຄງການໃຫຍ່, ຍຸດທະສາດຢູ່ ຫວຽດນາມ, ສົມທົບກັບ ຫວຽດນາມ ຫັນບັນດາລະບຽບການສະໜອງທຶນ ODA ເປັນງ່າຍດາຍ. ກູເວດ ຈະຊຸກຍູ້ການຄົ້ນຄວ້າລົງທຶນກໍ່ສ້າງໂຮງງານຜະລິດຜະລິດຕະພັນກະເສດຢູ່ ຫວຽດນາມ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາກອງທຶນລົງທຶນ, ວິສາຫະກິດ ກູເວດ, ໃນນັ້ນ ສະເໜີອົງການລົງທຶນ ກູເວດ (KIA) ລົງທຶນເຂົ້າສູນການເງິນສາກົນຢູ່ ຫວຽດນາມ.

ສອງຝ່າຍກໍຕົກລົງເຫັນດີຊຸກຍູ້ການຮ່ວມມືແຮງງານ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນ.

ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ  (ພາບ: VGP)

ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ແລະ ເອກະສານຮ່ວມມືຈຳນວນໜຶ່ງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຂອງສອງປະເທດ.

ໃນຂອບເຂດຂອງການຢ້ຽມຢາມ ກູເວດ ຄັ້ງນີ້, ໃນວັນດຽວກັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah. ໃນການພົບປະ, ກະສັດ ກູເວດ ໄດ້ຢັ້ງຢືນວ່າ  ຫວຽດນາມ ມີທີ່ຕັ້ງຍຸດທະສາດໃນນະໂຍບາຍພົວພັນຕ່າງປະເທດຂອງ ກູເວດ; ປາດຖະໜາວ່າສອງປະເທດຈະເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ວິທະຍາສາດ - ເຕັກໂນໂລຢີ ກໍຄືການສົມທົບຫຼັກໝັ້ນໃນບັນດາບັນຫາສາກົນ. ກະສັດ ກູເວດ ກໍຢັ້ງຢືນວ່າ ດ້ວຍບົດບາດເປັນປະທານສະພາຮ່ວມມືເຂດອ່າວ (GCC), ກູເວດ ຈະເອົາໃຈໃສ່ທີສຸດເຖິງການເພີ່ມທະວີການຮ່ວມມືລະຫວ່າງ GCC ແລະ ຫວຽດນາມ ກັບ ອາຊຽນ, ຖື ຫວຽດນາມ ແມ່ນປະຕູຍຸດທະສາດເພື່ອເປີດກວ້າງການຮ່ວມມືກັບ ອາຊຽນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah (ພາບ: VGP)

        ສ່ວນທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ກະສັດ ກູເວດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາ; ສະເໜີ 9 ຂົງເຂດຈຸດສຸມທີ່ຈະຮ່ວມມືໃນໄລຍະຈະມາເຖິງ ແລະ ດຳເນີນການເຈລະຈາສັນຍາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາໂຄງການໜູນຊ່ວຍແກ່ການພັດທະນາລະບົບນິເວດ  Halal ຢູ່ ຫວຽດນາມ ໂດຍໄວ…

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ກູເວດ (ພາບ:  VOV)

ໃນຂອບເຂດການຢ້ຽມຢາມ ກູເວດຢ່າງເປັນທາງການ, ຕອນເຊົ້າວັນທີ 18 ພະຈິກ, ຢູ່ນະຄອນຫຼວງ ກູເວດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບລັດຖະມົນຕີ, ການນຳກອງເງິນລົງທຶນ, ກຸ່ມບໍລິສັດເສດຖະກິດແຖວໜ້າຈຳນວນໜຶ່ງຂອງ ກູເວດ ເພື່ອຊຸກຍູ້ການຫັນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກູເວດ ໃນທຸກຂົງເຂດໃຫ້ປະກົດຜົນເປັນຈິງ.

        ໃນເວລາ 12 ໂມງ 30 ນາທີ ຂອງຕອນບ່າຍວັນທີ 18 ພະຈິກຕາມເວລາທ້ອງຖິ່່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນ ກູເວດ, ສິ້ນສຸດການຢ້ຽມຢາມ ກູເວດ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກູເວດ Sheikh Ahmad Al-Abdullah Al-Sabah.

ລ້າຍຮວາ

 

TAG
VOV/VOVworld/ຫວຽດ​ນາມ - ກູ​ເວດ/ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ