logo

ຫວຽດນາມ ຄົ້ນຄວ້າສະເໜີເປີດກວ້າງ 5 ຮູບແບບກົມກອງເຂົ້າຮ່ວມການຮັກສາສະຫະປະຊາຊາດຕື່ມອີກ

2025/10/16 | 11:03:39
(VOVWORLD) - ໃນໄລຍະຈະມາເຖິງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າເປີດກວ້າງຂອບຂະໜາດ, ຮູບແບບ, ບໍລິເວນເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ.
ບັນດາທະຫານຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6
(ພາບ: TTXVN)

        ຕອນເຊົ້າວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບອາຍຸການປະຕິບັດງານຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຂອງກອງທະຫານຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າເປີດກວ້າງຂອບຂະໜາດ, ຮູບແບບ, ບໍລິເວນເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດຂອງ ຫວຽດນາມ, ສະນັ້ນ, ກະຊວງປ້ອງກັນປະເທດ ສະເໜີເປີດກວ້າງຕື່ມອີກ 5 ຮູບແບບກົມກອງ, ນັ້ນແມ່ນຮູບແບບກົມກອງທະຫານບົກກົນຈັກ, ກົມກອງຂໍ້ມູນຕິດຕໍ່ປະສານງານ, ກົມກອງສາລະວັດທະຫານ ຫຼື ໄອຍະການທະຫານ, ກົມກອງໜູນຊ່ວຍສະໜາມບິນ ແລະ ກົມກອງເຮືອບິນເຮລີກອບເຕີຂົນສົ່ງຫຼາຍໜ້າທີ່.

TAG
VOV/VOVworld/​ຂອບ​ຂະ​ໜາດ/ຮູບ​ແບບ/ບໍ​ລິ​ເວນ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ