ຫວຽດນາມ ຄວນສ້າງໂຄງປະກອບລະບົບການເງິນຄືນໃໝ່ ໂດຍໄວ

(vovworld) - ຫວຽດນາມ ຄວນປະຕິບັດການສ້າງໂຄງປະກອບລະບົບການເງິນ ແລະ ທະນາຄານ ໂດຍໄວ ເພື່ອແນໃສ່ ຢືນຢັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ລູກຄ້າ, ກໍຄືໃຫ້ເໝາະສົມກັບທ່າອ່ຽງພັດທະນາດ້ານເສດຖະກິດ - ການເງິນພາຍຫຼັງ ວິກິດການ. ນີ້ແມ່ນທັດສະນະ ໂດຍໄດ້ບັນດາສາດສະດາຈານດ້ານເສດຖະກິດ, ການເງິນຫວຽດນາມ ທີ່ພວມສິດສອນ ຢູ່ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງ ຝຣັ່ງ ຍົກອອກມາ ທີ່ກອງປະຊຸມສຳມະນາຄັ້ງທີ 7 ຂອງສະມາຄົມ VnFinance (ຫຼືສະມາຄົມບັນດານັກຄົ້ນຄ້ວາ, ບັນດາຜູ້ຊ່ຽວຊານເສດຖະກິດ - ການເງິນຊາວຫວຽດນາມ, ນັກຄົ້ນຄ້ວາ, ນັກສຶກສາຫວຽດນາມ ຢູ່ຝຣັ່ງ) ດ້ວຍຫົວຂໍ້ວ່າ: “ທ່າອ່ຽງ ພັດທະນາເສດຖະກິດ - ການເງິນ ພາຍຫຼັງວິກິດການ”, ທີ່ຫາກໍຈັດຂຶ້ນຢູ່ ຝຣັ່ງ. ບັນດາຜູ້ແທນຖືວ່າ: ຫວຽດນາມ ຄວນສ້າງໂຄງປະກອບລະບົບການເງິນ, ທະນາຄານຄືນໃໝ່ໂດຍໄວ ຕິດພັນກັບການສ້າງຕັ້ງບັນດາອົງການຕິດຕາມກວດກາພາຍໃນບັນດາອົງການທະນາຄານ, ສິນເຊື່ອ, ການເພີ່ມທະວີຄວາມໂປງໃສ ແລະ ຕໍ່ສູ້ປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ.




