logo

​ຫວຽດ​ນາມຈະ ນຳ​ໜ້າ​ການ​ເຕີ​ບ​ໂຕ​ໃນ​ອາ​ຊຽນ +3 ປິ 2026

2026/1/23 | 08:36:57
(VOVWORLD) - ຫວຽດນາມໄດ້ຮັບການຄາດຄະເນຈະນຳໜ້າກ່ຽວກັບການເຕີບໂຕເສດຖະກິດໃນພາກພື້ນອາຊຽນ + 3 ປີ 2026, ຕາມຂໍ້ສັງເກດຂອງຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ + 3 (AMRO).

ພາບປະກອບ:  vtv.vn

AMRO ຄາດວ່າເສດຖະກິດພາກພື້ນອາຊຽນ + 3 (ລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຈະສືບຕໍ່ທ່າເຕີບໂຕຢ່າງຕັ້ງໜ້າດ້ວຍລະດັບ 4%ໃນປີ 2026, ສູງກວ່າການຄາດຄະເນກ່ອນນັ້ນ. ກຳລັງໜູນການເຕີບໂຕຫຼັກແມ່ນມາຈາກການຟື້ນຟູຢ່າງແຮງຂອງ ການສົ່ງອອກເຕັກໂນໂລຢີ, ຄວາມຕ້ອງການສູງສຳລັບເອເລັກໂຕນິກ, ຊິບເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI), ພ້ອມກັບກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ຫຼັ່ງໄຫຼເຂົ້າມາອາຊຽນໄດ້, ຊ່ວຍໃຫ້ພາກພື້ນນີ້ຮັກສາບົດບາດໃຈກາງໃນລະບົບສະໜອງທົ່ວໂລກ.

ໃນສະພາບການນັ້ນ, AMRO ຄາດຄະເນວ່າ GDP ຂອງ ຫວຽດນາມ ຈະບັນລຸລະດັບ 7,6%, ນຳໜ້າການເຕີບໂຕໃນພາກພື້ນ ອາຊຽນ + 3. ຂໍ້ສັງເກດນີ້ອີງຕາມພື້ນຖານການຕີລາຄາການເຕີບໂຕຢ່າງຕັ້ງໜ້າຂອງ ຫວຽດນາມໃນປີ 2025, ພ້ອມກັບບົດບາດທີ່ນັບມື້ນັບພົ້ນເດັ່ນຂຶ້ນຂອງພື້ນຖານເສດຖະກິດໃນລະບົບສະໜອງຂອງພາກພື້ນ ແລະ ຄວາມສາມາດດຶງດູດແຫຼ່ງເງິນລົງທຶນ FDI ຢ່າງມີປະສິດທິຜົນ.

TAG
VOV/VOVworld/ຫວຽດ​ນາມ/ການ​ເຕີບ​ໂຕ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ