logo

ຫວຽດ​ນາມ ຈະ​ເນັ້ນ​ໜັກ​ສານ​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

2025/9/19 | 10:56:00
(VOVWORLD) - ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025). 
  ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ການສຳພາດ (ພາບ: TTXVN)

ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80, ສົມທົບກັບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ ແຕ່ວັນທີ 21 ກັນຍາ - 24 ກັນຍາ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ຫວຽດນາມ ປະຈຳ ອາເມລິກາ ກ່ຽວກັບຄວາມໝາຍຂອງການເຄື່ອນໄຫວຄັ້ງນີ້.

        ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໃຫ້ຮູ້ວ່າ ສັບປະດາສຸດຍອດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ດຳເນີນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີ 2025 ໄດ້ສ້າງຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (1945 – 2025). ເລື່ອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ ສະມັດຊາໃຫຍ່ ສປຊ ຊຸດທີ 80 ມີຄວາມໝາຍທີ່ສຸດ, ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບລັດທິຫຼາຍຝ່າຍ ແລະ ບັນດາຄຸນຄ່າແກ່ນສານຂອງ ສປຊ. ໃນກອງປະຊຸມສະມັດຊາໃຫຍ່ ສປຊ, ຄາດວ່າ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຈະເນັ້ນໜັກເຖິງສານຈຸດສຸມກ່ຽວກັບການ “ເຊີດຊູຄຸນຄ່າຂອງສັນຕິພາບ, ການຫັນປ່ຽນຢ່າງແຮງເພື່ອສ້າງອະນາຄົດແບບຍືນຍົງ”.

TAG
VOV/VOVworld/ປະ​ທານ​ປະ​ເທດ ເລືອງ​ເກື່ອງ/ສະ​ຫະ​ປະ​ຊາ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ