logo

ຫວຽດນາມ-ຈໍແດນ ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ

2025/11/13 | 09:07:29
(VOVWORLD) - ຫວຽດນາມ ແລະ ຈໍແດນ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີຄວາມສາມາດບົ່ມຊ້ອນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເສດຖະກິດ-ການຄ້າ-ການລົງທຶນ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ກະສັດ ຈໍແດນ Abdullah II Ibn Al-Hussein

ນີ້ແມ່ນເນື້ອໃນທີ່ໄດ້ນຳສະເໜີຢູ່ໃນການພົບປະລະຫວ່າງ ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ກະສັດ ຈໍແດນ Abdullah II Ibn Al-Hussein, ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 12 ພະຈິກ ທີ່ສຳນັກງານລັດຖະບານ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ພ້ອມທີ່ຈະສ້າງເງື່ອນໄຂໃຫ້ບັນດາກຸ່ມບໍລິສັດໃຫຍ່ຂອງ ຈໍແດນ ມາລົງທຶນໃນຫວຽດນາມ, ພ້ອມທັງ, ໄດ້ສະເໜີໃຫ້ ບັນດາວິສາຫະກິດຂອງສອງປະເທດຄົ້ນຄວ້າຄວາມສາມາດເປັນໄປໄດ້ຂອງການຮ່ວມມື ແລະ ການລົງທຶນຮ່ວມກັນ, ໂດຍສະເພາະແມ່ນໃນຂົງເຂດການພັດທະນາພື້ນຖານໂຄງລ່າງ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ໂທລະຄົມມະນາຄົມ, ກະສິກຳ…, ຊຸກຍູ້ການເຊື່ອມຕໍ່ລະບົບນິເວດ Start-up ແລະ ນະວັດຕະກຳ ລະຫວ່າງສອງປະເທດ.

        ນອກນັ້ນ, ການນຳ 2 ທ່ານຍັງໄດ້ປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ສາທາລະນະສຸກ... ອີກດ້ວຍ

TAG
VOV/VOVworld/ພື້ນຖານ/ໂຄງລ່າງ/ເສດຖະກິດ/ສີຂຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ