logo

ຫວຽດນາມ ຊຸກຍູ້ການສົ່ງອອກຜະລິດຕະພັນຮາລານ ໄປຍັງປະເທດຕວກກີ

2025/10/6 | 09:03:23
(VOVWORLD) - ການແຊກຊຶມເຂົ້າທ້ອງຕະຫຼາດ ຕຸລະກີ ຕ້ອງສ້າງກົນໄກເພື່ອຈັດຕັ້ງການຢັ້ງຢືນ ຮາລານ ຂອງສອງປະເທດ ຮັບຮູ້ເຊິ່ງກັນແລະກັນ; ພ້ອມກັນນັ້ນກໍ່ຈັດຕັ້ງບັນດາຊຸດເຝິກອົບຮົມ ແລະ ແບ່ງປັນປະສົບການ ກ່ຽວກັບ ມາດຕະຖານ ຮາລານ ສາກົນ ໃຫ້ບັນດາວິສາຫະກິດ ກໍຄື ບັນດາສະຫະກອນ.

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ-ການຄ້າຫວຽດນາມ ສົມທົບກັບ ສະຖານທູດຫວຽດນາມປະຈຳຕວກກີ ແລະ ຄະນະກຳມະການເສດຖະກິດການຕ່າງປະເທດ ຕວກກີ ຫາກໍ່ໄດ້ຈັດຕັ້ງ ກອງປະຊຸມສຳມະນາອອນໄລ ‘’ການຮ່ວມມືຮາລານ ລະຫວ່າງ ຫວຽດນາມ ແລະ ຕວກກີ: ສະພາບຕົວຈິງ ແລະ ແງ່ຫວັງ’’. ເຂົ້າຮ່ວມກອງປະຊຸມສຳມະນາ ມີຕາງໜ້າຈາກບັນດາອົງການທີ່ມີໜ້າທີ່ ແລະ ຫຼາຍພາກສ່ວນວິສາຫະກິດ ຂອງສອງປະເທດ.

ບັນດາຄຳເຫັນຢູ່ກອງປະຊຸມສຳມະນາໄດ້ໃຫ້ຮູ້ວ່າ ການແຊກຊຶມເຂົ້າທ້ອງຕະຫຼາດ ຕຸລະກີ ຕ້ອງສ້າງກົນໄກເພື່ອຈັດຕັ້ງການຢັ້ງຢືນ ຮາລານ ຂອງສອງປະເທດ ຮັບຮູ້ເຊິ່ງກັນແລະກັນ; ພ້ອມກັນນັ້ນກໍ່ຈັດຕັ້ງບັນດາຊຸດເຝິກອົບຮົມ ແລະ ແບ່ງປັນປະສົບການ ກ່ຽວກັບ ມາດຕະຖານ ຮາລານ ສາກົນ ໃຫ້ບັນດາວິສາຫະກິດ ກໍຄື ບັນດາສະຫະກອນ.

ລັດຖະບານຫວຽດນາມໄດ້ຈັດຕັ້ງຜັນຂະຫຍາຍຫຼາຍໂຄງການຊ່ວຍເຫຼືອວິສາຫະກິດຍົກສູງກຳລັງຄວາມສາມາດການຜະລິດ, ມາດຕະຖານຄຸນນະພາບ ແລະ ການຢັ້ງຢືນ ຮາລານ, ພ້ອມດຽວກັນນັ້ນ, ກໍ່ຕັ້ງໜ້າສົມທົບກັບ ບັນດາອົງການຈັດຕັ້ງສາກົນ ເພື່ອສ້າງຄວາມສະດວກໃຫ້ສິນຄ້າຂອງຫວຽດນາມ ແຊກຊຶມເຂົ້າທ້ອງຕະຫຼາດ ບັນດາປະເທດຖືສາສະໜາອິດສະລາມ. ຫວຽດນາມກຳລັງຄ່ອຍໆປະກົດຂຶ້ນ ລະບົບນິເວດ ຮາລານ ທີ່ສົມບູນແບບ, ບໍ່ພຽງແຕ່ຮັບໃຊ້ການສົ່ງອອກໄປຍັງບັນດາປະເທດສາສະໜາອິດສະລາມ ແຕ່ຍັງມຸ່ງໄປເຖິງການສ້າງ ຫວຽດນາມ ກາຍເປັນສູນກາງຜະລິດ, ປຸງແຕ່ງ ແລະ ການບໍລິການ ຮາລານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ອີກດ້ວຍ.

TAG
VOV/VOVworld/ຊຸກຍູ້ການສົ່ງອອກຜະລິດຕະພັນຮາລານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ