logo

ຫວຽດນາມ ຊຸກຍູ້ການຮ່ວມມືກັບ ລາວ

2019/12/8 | 08:26:11
(VOVWORLD) - ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ທີ່ກອງປະຊຸມປະຈຳການລັດຖະບານໃນຕອນບ່າຍວັນທີ 07 ທັນວາ ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, 

ບັນດາບົດລາຍງານໃຫ້ຮູ້ວ່າ: ໃນ 10 ເດືອນຜ່ານມາ, ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນ ດ້ວຍວົງເງິນການຄ້າ 2 ປະເທດບັນລຸ 940 ລ້ານ USD, ຄາດຄະເນວ່າ ທັງປີ 2019 ຈະບັນລຸ 1,1 – 1,2 ຕື້ USD. ຕົວເລກດັ່ງກ່າວເພີ່ມຂຶ້ນ 12,6%, ລື່ນກາຍຄາດໝາຍເຊິ່ງ 2 ລັດຖະບານໄດ້ວາງອອກແມ່ນ 1 ຕື້ USD ແລະ ເພີ່ມຂຶ້ນ 10%/ປີ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: vgp)

ບັນດາໂຄງການລົງທຶນດີເດັ່ນຂອງ ຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າຢູ່ ລາວ. ຕົ້ນປີ 2019, ຫວຽດນາມ ໄດ້ອຸປະຖຳແນວພັນເຂົ້າ 300 ໂຕນໃຫ້ແກ່ ລາວ ເພື່ອໜູນຊ່ວຍປະຊາຊົນຟື້ນຟູການຜະລິດພາຍຫລັງຖືກໄພພິບັດທຳມະຊາດ. ຫວຽດນາມ ກໍ່ໄດ້ສະໜອງທຶນການສຶກສາກ່ວາ 1000 ທຶນໃຫ້ແກ່ນັກຮຽນ ລາວ ໄປຮ່ຳຮຽນຢູ່ ຫວຽດນາມ.

        ບົນຈິດໃຈການພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ຄືດັ່ງຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ສັ່ງສອນ “ຊ່ວຍປະຊາຊົນປະເທດເພື່ອນ (ລາວ) ແມ່ນຊ່ວຍຕົນເອງ”, ນາຍົກລັດຖະມົນຕີ ແລະ ຄະນະປະຈຳການລັດຖະບານ ຈະສືບຕໍ່ມີບັນດາການຊີ້ນຳ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ກະກຽມໃຫ້ວາລະປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໂດຍນາຍົກລັດຖະມົນຕີ 2 ປະເທດເປັນປະທານໃນໄຕມາດ 1 ປີ 2020.

TAG
VOV/VOVworld/ຫວຽດນາມ/ການຮ່ວມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ