logo

ຫ​ວຽດ​ນາມ​ຊຸກ​ຍູ້​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນ Sydney

2025/11/28 | 11:54:11
(VOVWORLD) - ຫວຽດນາມ ໄດ້ຮັບການການແນະນຳແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າພາກພື້ນ ດ້ວຍລະບົບມໍລະດົກໂລກທີ່ຫຼາຍຮູບຫຼາຍແບບຄື: ອ່າວຮະລອງ, ຟອງຍາ - ແກບ້າງ, ຈ່າງອານ, ໂຮ້ຍອານ, ໝິເຊີນ, ເມືອງເກົ່າເຫ້ວ, ພາລະຊາວັງທັງລອງ, ພາລະຊາວັງ ລາດຊະວົງໂຮ່. 
ລາຍການສະແດງສິລະປະຢູ່ໂຄງການ (ພາບ: VOV)

ວັນທີ 27 ພະຈິກ ຢູ່ Sydney (ອົດສະຕາລີ), ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກອງທຶນໜູນຊ່ວຍການພັດທະນາການທ່ອງທ່ຽວ ຫວຽດນາມ ຈັດໂຄງການແນະນຳການທ່ອງທ່ຽວຫວຽດນາມ, ເຊື່ອມຕໍ່ວິສາຫະກິດຢູ່ຕະຫຼາດ ອົດສະຕາລີໃນປີ 2025. ຢູ່ເຫດການ, ຫວຽດນາມ ໄດ້ຮັບການການແນະນຳແມ່ນໜຶ່ງໃນບັນດາສະຖານທີ່ນັດພົບແຖວໜ້າພາກພື້ນ ດ້ວຍລະບົບມໍລະດົກໂລກທີ່ຫຼາຍຮູບຫຼາຍແບບຄື: ອ່າວຮະລອງ, ຟອງຍາ - ແກບ້າງ, ຈ່າງອານ, ໂຮ້ຍອານ, ໝິເຊີນ, ເມືອງເກົ່າເຫ້ວ, ພາລະຊາວັງທັງລອງ, ພາລະຊາວັງ ລາດຊະວົງໂຮ່. ນອກຈາກນັ້ນ, ບັນດາວິສາຫະກິດສອງປະເທດ ກໍ່ໄດ້ສ້າງເງື່ອນໄຂໃນການພົບປະ, ຊອກຫາໂອກາດຮ່ວມມື, ແນະນຳຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ໂດຍຜ່ານໂຄງການພົບປະ, ເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອົດສະຕາລີ (B2B). ເນື່ອງໃນໂອກາດນີ້, ບັນດາແຂກຖືກເຊີນກໍ່ໄດ້ຮັບຊົມລາຍການສະແດງສິລະປະ ແນະນຳວັດທະນະທຳຂອງ ຫວຽດນາມ ຜ່ານບັນດາເຄື່ອງດົນຕີພື້ນເມືອງ ໂດຍບັນດານັກສິລະປິນຈາກໂຮງລະຄອນຮ້ອງລຳທຳເພງ, ຟ້ອນ, ດົນຕີແຫ່ງຊາດຫວຽດນາມ ສະແດງ.

TAG
VOV/VOVworld/ຫວຽດ​ນາມ/ການ​ສະ​ແດງ/ການ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ