logo

ຫວຽດ​ນາມ ຊຸກ​ຍູ້​ປະ​ຕິ​ບັດ​​ສັນ​ຍາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາຊີ​ວະ​ນາໆ​ພັນ​ທະ​ເລ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

2025/11/2 | 09:53:06
(VOVWORLD) -   ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025.
ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ເປັນປະທານເຫດການ
 ໃນຂອບເຂດສັບປະດາກົດໝາຍສາກົນ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80, ຕອນບ່າຍວັນທີ 31 ຕຸລາ, ຫວຽດນາມ ໄດ້ພ້ອມກັບ ສິງປະໂປ ພ້ອມກັນຈັດກອງປະຊຸມສົນທະນາສາກົນ “ບັນດາບາດກ້າວທີ່ຈຳເປັນໃຫ້ແກ່ການປະຕິບັດສັນຍາວ່າດ້ວຍການອະນຸລັກຮັກສາຊີວະນາໆພັນທະເລ ແລະ ນຳໃຊ້ຊີວະນາໆພັນທະເລດຢູ່ບັນດາເຂດທະເລນອກຂອບເຂດຕັດສິນແຫ່ງຊາດ ແບບຍືນຍົງ (BBNJ): ສິ່ງທ້າທາຍ ແລະ ກາລະໂອກາດ”. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າໂລກກ່ຽວກັບກົດໝາຍທະເລ ແລະ ຜູ້ແທນຕາງໜ້າໃຫ້ເກືອບ 100 ປະເທດ ຢູ່ ທະວີບຕ່າງໆ.

        ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສຳຄັນໃນຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ອະນຸລັກຮັກສາ ແລະ ຂຸດຄົ້ນຊີວະນາໆພັນທະເລຢູ່ບັນດາເຂດທະເລສາກົນແບບຍືນຍົງ, ດ້ວຍ 4 ເສົາຄ້ຳຫຼັກ, ລວມມີ: ການສຳຜັດ, ການຂຸດຄົ້ນ ແລະ ການແບ່ງປັນຜົນປະໂຫຍດຈາກແຫຼ່ງ ແຊນ ທະເລຢ່າງຍຸຕິທຳ; ສ້າງຕັ້ງ ແລະ ຄຸ້ມຄອງບັນດາເຂດອະນຸລັກຮັກສາທະເລ; ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມສຳລັບບັນດາການເຄື່ອນໄຫວຢູ່ນອກຂອບເຂດຕັດສິນແຫ່ງຊາດ; ສ້າງກຳລັງຄວາມສາມາດ ແລະ ມອບໂອນເຕັກໂນໂລຢີທະເລ.

TAG
VOV/VOVworld/ອະນຸລັກຮັກສາຊີວະນາໆພັນທະເລ/ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ