logo

ຫວຽດນາມ ຊົມເຊີຍ ກຳປູເຈຍ ແລະ ໄທ ທີ່ລົງນາມໃນຖະແຫຼງການຮ່ວມເປັນເອກະພາບການຢຸດຍິງ

2025/12/28 | 11:16:22
(VOVWORLD) - ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ແລະ ໄທ ລົງນາມໃນຖະແຫຼງການຮ່ວມ ທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມ ໃນວັນທີ 27 ທັນວາ 2025, ເປັນເອກະພາບການຢຸດຍິງ ແລະ ບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ 2 ປະເທດ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: VGP)

ວັນທີ 27 ທັນວາ, ເມື່ອຕອບຄຳຖາມຂອງນັກຂ່າວໂດຍໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຖະແຫຼງການຮ່ວມທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມລະຫວ່າງ ກຳປູເຈຍ ແລະ ໄທ ທີ່ຫາກໍ່ບັນລຸໄດ້, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

“ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ແລະ ໄທ ລົງນາມໃນຖະແຫຼງການຮ່ວມ ທີ່ກອງປະຊຸມພິເສດຄັ້ງທີ 3 ຄະນະກຳມະການຊາຍແດນຮ່ວມ ໃນວັນທີ 27 ທັນວາ 2025, ເປັນເອກະພາບການຢຸດຍິງ ແລະ ບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ 2 ປະເທດ".

ຫວຽດນາມ ເຊື່ອໝັ້ນວ່າ, 2 ປະເທດຈະປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມຢ່າງມີປະສິດທິຜົນ, ສືບຕໍ່ດຳເນີນການເຈລະຈາແກ້ໄຂໂດຍສັນຕິວິທີ, ມິດຕະພທບ, ສາມັກຄີ ອາຊຽນ, ເພື່ອຜົນປະໂຫຍດຢ່າງຍາວນານໃຫ້ທັງ 2 ຝ່າຍ ແລະ ຂອງພາກພື້ນ.

TAG
VOV/VOVworld/ຄະ​ນະ​/ກຳ​ມະ​ການ/​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ