logo

ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ

2022/3/27 | 11:01:52
(VOVWORLD) -ຫວຽດນາມ ຫາກໍມີການມອບໂອນດ້ານວິຊາການ ໃຫ້ແກ່ ລາວກ່ຽວກັບ ໂຄງການກໍ່ສ້າງສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວ.
ໂຄງການ ສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວໄດ້ກໍ່ສ້າງສຳເລັດແລ້ວ ແລະ ນັບແຕ່ເດືອນມັງກອນ 2021 ກໍນຳເຂົ້າໃຊ້ງານຢ່າງເປັນທາງການ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ໃຊ້ທຶນຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ ທີ່ໄດ້ມອບ-ຮັບໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ໂຄງການດັ່ງກ່າວມີມູນຄ່າກວ່າ 116 ຕື້ດົ່ງ, ໃນນັ້ນມີເກືອບ 113 ຕື້ດົ່ງ (ເທົ່າກັບເກືອບ 5 ລ້ານ USD) ແມ່ນເງິນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ນຳໃຊ້ທຶນຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລັດຖະບານ ລາວ ກ່ຽວກັບຂົງເຂດວິທະຍຸ, ໂທລະພາບ ແລະ ແມ່ນໂຄງການທຳອິດທີ່ໄດ້ລົງທຶນຢ່າງຄົບຊຸດ ມີຄົບທຸກກິດຈະກຳຍ່ອຍ ຄື ກໍ່ສ້າງພື້ນຖານໂຄງລ່າງ, ລະບົບເຄື່ອງອຸປະກອນສະເພາະ ດ້ວຍຂອບຂະໜາດຂອງສະຖານີຖ່າຍທອດວິທະຍຸ - ໂທລະບົບຂັ້ນແຂວງ. ໂຄງການດັ່ງກ່າວ ໄດ້ກໍ່ສ້າງສຳເລັດແລ້ວ ແລະ ນັບແຕ່ເດືອນມັງກອນ 2021 ກໍນຳເຂົ້າໃຊ້ງານຢ່າງເປັນທາງການຮັບໃຊ້ວຽກງານຖະແຫຼງຂ່າວໃຫ້ແກ່ ປະຊາຊົນລາວ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຂວງ ບໍ່ແກ້ວ.

ເຈິ່ນຕວ໊ນ - ນັກຂ່າວ VOV ປະຈຳ ລາວ.

TAG
VOV/VOVworld/ວິ​ທະ​ຍຸ/ໂທ​ລະ​ພາບ/ບໍ່​ແກ້ວ/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ