(vovworld) - ວັນທີ 26/11, ກອງປະຊຸມສຳມະນາສາກົນ ຫວຽດນາມວິທະຍາຄັ້ງທີ 4 ພາຍໃຕ້ຫົວຂໍ້ວ່າ“ ຫວຽດນາມ ບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ” ຖືກໄຂຂຶ້ນຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງນັກຄົ້ນຄ້ວາກ່ຽວກັບ ຫວຽດນາມ ປະມານ 1.000 ທ່ານ. ນີ້ແມ່ນກອງປະຊຸມສຳມະນາມີຂອບຂະຫນາດໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວິຊາຫວຽດນາມວິທະຍາຢູ່ ໃນໂລກ ພວມພັດທະນາຢ່າງແຂງແຮງ ໝາຍຄວາມວ່າ ຫວຽດນາມ ນັບມື້ນັບດຶງດູດຄວາມສົນໃຈຈາກໂລກ.
![]() ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາຄັ້ງທີ 4 ພາບ:TTXVN |
ຫວຽດນາມ ແມ່ນປະເທດຕັ້ງຢູ່ໃຈກາງພາກພື້ນ ອາຊີຕາເວັນອອກສຽງໃຕ້ ດ້ວຍໄຫລ່ທະວີບທີ່ກ້ວາງໃຫຍ່ ແລະ ເຂດເສດຖະກິດພິເສດຢູ່ທະເລ ມີໝູ່ເກາະໃຫຍ່ນ້ອຍຫລາຍແຫ່ງ. ແຕ່ດົນນານມາແລ້ວ, ຫວຽດນາມ ມີການພົວພັນແລກປຽນກັບບັນດາພື້ນຖານວັດທະນະທຳ, ອະລິຍະທຳຂອງພາກພື້ນອາຊີຕາເວັນອອກສຽງໃຕ້, ອິນເດຍ ແລະ ຝ່າຍຕາເວັນຕົກ… ເພາະສະນັ້ນ, ເລື່ອງຄົ້ນຄ້ວາກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ ແລະ ປະຫວັດສາດ ຫວຽດນາມ ບໍ່ພຽງແຕ່ແມ່ນວຽກງານຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຂອງນັກຮຽນຮູ້, ປັນຍາຊົນຕ່າງປະເທດຫລາຍທ່ານອີກດ້ວຍ. ຖ້າຫາກໃນໄລຍະຕໍ່ຕ້ານຍາດເອົາເອກະລາດ, ຫວຽດນາມ ວິທະຍາ ພຽງແຕ່ພັດທະນາຢູ່ບາງປະເທດຄື: ຈີນ, ລັດເຊຍ, ຝລ່ັງ ແລະ ເອີລົບຕາເວັນອອກ, ປະຈຸບັນ ຂະບວນການຄົ້ນຄ້ວາກ່ຽວກັບ ຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກບັນດານັກຮຽນຮູ້ຍີ່ປຸ່ນ, ສເກົາຫລີ, ອາເມລິກາ, ອົດສະຕາລີ… ຕາມສາສະດາຈານປະຫວັດສາດ ຟານຮູຍເລ, ວິຊາ ຫວຽດນາມ ວິທະຍາທັນສະໄຫມພວມແຜ່ລາມອອກສູ່ວົງກວ້າງ. ອົງການຄົ້ນຄ້ວາ ແລະ ບຳລຸງສ້າງກ່ຽວກັບ ຫວຽດນາມ ວິທະຍາ ໄດ້ຮັບການສ້າງຕັ້ງຂຶ້ນຫລືປະກົດອອກຢູ່ມະຫາວິທະຍາໄລຈຳນວນຫນຶ່ງຢູ່ ຫລາຍປະເທດ. ສະມາຄົມຍີ່ປຸ່ນຄົ້ນຄ້ວາກ່ຽວກັບ ຫວຽດນາມ ໄດ້ເຕົ້າໂຮມນັກຮຽນຮູ້ນັບຮ້ອຍທ່ານ, ແຕ່ລະປີຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ ຫວຽດນາມ. ສະມາຄົມຄົ້ນຄ້ວາກ່ຽວກັບ ຫວຽດນາມ ຈຳນວນຫນຶ່ງກໍໄດ້ຮັບການສ້າງຕັ້ງຂຶ້ນຢູ່ ສເກົາຫລີ, ອາເມລິກາ. ຢູ່ ເອີລົບ, ມີເຄືອຂ່າຍຫນຶ່ງຄົ້ນຄ້ວາກ່ຽວກັບ ຫວຽດນາມ ມີຊື່ວ່າ: Euro - ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ສອງປີເທື່ອຫນຶ່ງຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບ ຫວຽດນາມວິທະຍາ. ສາສະດາຈານ, ດຣ ຫງວຽນຊວນທັງ, ປະທານສະຖາບັນວິທະຍາສາດສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
“ເມື່ອມີຜົນສະທ້ອນ ແລະ ບົດບາດຂອງ ຫວຽດນາມ ນັບມື້ນັບເປີດກ້ວາງ,ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ຢູ່ໃນລະດັບທີ່ແຕກຕ່າງກັນ, ຢູ່ ພາກພື້ນ ແລະ ໃນໂລກ, ຊາວໂລກຈະຮູ້ຈັກເຖິງພວກເຮົາ, ທັງຊອກຮູ້, ທັງແບ່ງປັນ, ທັງປະກອບສ່ວນ. ເຂົາເຈົ້າຈະມາຢ້ຽມຢາມຫວຽດນາມ ຫລາຍກວ່າ, ຜົນສະທ້ອນຂອງຫວຽດນາມວິທະຍາຈະໄດ້ຮັບການເປີດກວ້າງກວ່າ. ເຂົາເຈົ້າພວມມຸ່ງຫວັງຕໍ່ບົດບາດຂອງ ຫວຽດນາມ ນັບມື້ນັບສຳຄັນໃນພາກພື້ນກໍຄືໃນໂລກ. ສະນັ້ນ ຂ້າພະເຈົ້າຖືວ່າ ຫວຽດນາມ ວິທະຍາຈະສືບຕໍ່ແນະນຳພາບພົດຂອງ ຫວຽດນາມ ອອກສູ່ໂລກ.”
![]() ທ່ານນາຍົກລັດຖະມົນຕີ ຫງວຽນເຕີ້ນຢູ໋ງ ກ່າວຄຳປາໄສໄຂກອງປະຊຸມ ພາບ:TTXVN |
14 ປີຜ່ານມາ, ນັບແຕ່ເມື່ອກອງປະຊຸມສຳມະນາສາກົນກ່ຽວກັບຫວຽດນາມວິທະຍາດໄດ້ຮັບການຈັດຕັ້ງຂຶ້ນເປັນຄັ້ງທຳອິດ (1998), ຍາມໃດຫົວຂໍ້ຂອງກອງປະຊຸມສຳມະນາກໍຕິດແທດກັບພຶດຕິກຳແຫ່ງການພັດທະນາຢູ່ ຫວຽດນາມ. ກອງປະຊຸມສຳມະນາຄັ້ງທຳອິດ ມີຫົວຂໍ້ວ່າ: ຄົ້ນຄ້ວາ ຫວຽດນາມ ແລະ ເພີ່ມທະວີການຮ່ວມມືສາກົນ; ຫົວຂໍ້ກອງປະຊຸມຄັ້ງທີ 2 ແມ່ນຫວຽດນາມບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງ - ມູນເຊື້ອ ແລະ ທັນສະໄຫມ; ຫົວຂໍ້ຂອງກອງປະຊຸມສຳມະນາຄັ້ງທີ 3 ແມ່ນ ຫວຽດນາມ ເຊື່ອມໂຍງ ແລະ ພັດທະນາ. ກອງປະຊຸມສຳມະນາຄັ້ງທີ 4 ດຳເນີນໄປແຕ່ວັນທີ 26 - 28/11/2012 ພາຍໃຕ້ຫົວຂໍ້ວ່າ: ຫວຽດນາມ ບົນເສັ້ນທາງເຊ່ືອມໂຍງ ແລະ ພັດທະນາແບບຍືນຍົງ” ແມ່ນການສືບທອດກອງປະຊຸມສຳມະນາ 3 ຄັ້ງກ່ອນນີ້ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາພວມວາງອອກໃຫ້ແກ່ຫວຽດນາມ ໃນທ່າອ່ຽງຂອງຍຸກໂລກາພິບັດ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສຳພັດຫລາຍກວ່າກັບບັນດາກິດຈະກຳຄົ້ນຄ້ວາຫລາຍຝ່າຍກ່ຽວກັບ ຫວຽດນາມ ຂອງວົງການນັກຮຽນຮູ້ສາກົນ. ສາສະດາຈານ, ດຣ ມາຍຈ້ອງຍ້ວນ, ຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ທັງເປັນຫົວຫນ້າຄະນະຊີ້ນຳກອງປະຊຸມສຳມະນາໃຫ້ຮູ້ວ່າ:
“ຂ້າພະເຈົ້າຖືວ່າ ມີ 3 ຜະລິດຕະພັນສຳຄັນພິເສດ ຊຶ່ງພວກເຮົາຕ້ອງປະຕິບັດໃຫ້ໄດ້ໃນກອງປະຊຸມສຳມະນາຄັ້ງນີ້. ທີຫນຶ່ງ ແມ່ນລະບົບບັນດາບົດລາຍງານວິທະຍາສາດ, ການປຶກສາຫາລືບັນດາຂໍ້ສະເຫນີເພື່ອໃຫ້ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ ແລະ ພັດທະນາແບບຍືນຍົງ. ທີສອງ ບັນດາຂໍ້ສະເຫນີຈາກກອງປະຊຸມສຳມະນາໃຫ້ແກ່ພັກ, ລັດ. ທີສາມ ແມ່ນເຄືອຂ່າຍບັນດານັກວິທະຍາສາດໃນໂລກໄດ້ຮັບການປັບປຸງ, ພັດທະນາ ເພື່ອໃຫ້ ຫວຽດນາມ ເຂົ້າໃຈຢ່າງຄົບຖ້ວນກວ່າ, ຫລາຍກວ່າ ແລະ ເລິກເຊິ່ງກວ່າ, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ ບໍ່ພຽງແຕ່ ຢູ່ຫວຽດນາມ ເທົ່ານັ້ນຫາກນັບທັງທົ່ວໂລກອີກດ້ວຍ. ສະນັ້ນຜະລິດຕະພັນທີ 3 ໄດ້ຮັບການຕີລາຄາດ້ວຍຈຳນວນນັກຮຽນຮູ້ຕ່າງປະເທດໃນທົ່ວໂລກເຂົ້າຮ່ວມ, ພິເສດແມ່ນ ເຂົາເຈົ້າເຂົ້າຮ່ວມການປຶກສາຫາລື, ປະກອບຄຳຄິດຄຳເຫັນ.”
ອາດຈະເວົ້າໄດ້ວ່າ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນ, ວິຊາ ຫວຽດນາມ ວິທະຍາ ພວມພັດທະນາຢ່າງແຂງແຮງເທື່ອລະກ້າວ. ສິ່ງດັ່ງກ່າວໝາຍຄວາມວ່າ ຫວຽດນາມ ສືບຕໍ່ໄດ້ຮັບຄວາມສົນໃຈຈາກນັກຮຽນຮູ້ສາກົນຫລາຍທ່ານ ແລະ ເລື່ອງພິຈາລະຈາບັນດາກິດຈະກຳຄົ້ນຄ້ວາຂອງເຂົາເຈົ້າຈະປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາຂອງ ຫວຽດນາມ. /.




