logo

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

2025/10/22 | 08:56:53
(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…
ຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ:TTXVN)

        ວັນທີ 21 ຕຸລາ, ກອງປະຊຸມລັດຖະມົນຕີຄັ້ງທີ 16 ຂອງອົງການສະຫະປະຊາຊາດກ່ຽວກັບດ້ານການຄ້າ ແລະ ພັດທະນາ (UNCTAD 16) ສືບຕໍ່ຈັດຂຶ້ນດ້ວຍບັນດາວາລະປຶກສາຫາລືລວມກ່ຽວກັບຫົວຂໍ້ “ກຳນົດທິດອະນາຄົດ: ຊຸກຍູ້ການຫັນປ່ຽນເສດຖະກິດ ມຸ່ງໄປເຖິງການພັດທະນາຢ່າງສະເໝີພາບ, ກວມລວມ ແລະ ຍືນຍົງ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ… ທ່ານສະເໜີ 3 ຂໍ້ສະເໜີແນະດ້ານນະໂຍບາຍ, ລວມມີ, ເພີ່ມທະວີການຮ່ວມມື ແລະ ການປະຕິຮູບຢ່າງແຮງບັນດາລະບອບລະບຽບການທົ່ວໂລກກ່ຽວກັບດ້ານການຄ້າ ແລະ ການເງິນຕາມທິດເປີດ, ຍຸຕິທຳ ແລະ ຮັບມືກັບບັນດາການປ່ຽນແງ; ຍົກສູງກຳລັງຄວາມສາມາດເຂັ້ມແຂງດ້ວຍຕົນເອງໃຫ້ແກ່ບັນດາປະເທດພວມພັດທະນາ ຜ່ານການໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເປີດກວ້າງການເຂົ້າຮ່ວມຂອງວິສາຫະກິດຂະໜາດໜ້ອຍ ແລະ ກາງໃນລະບົບມູນຄ່າທົ່ວໂລກ; ຊຸກຍູ້ການຫັນປ່ຽນຄູ່, ຖືເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນເປັນຈຸດສຸມ, ຖືການຄ້າ ແລະ ການລົງທຶນແມ່ນກຳລັງໜູນຊຸກຍູ້ການຫຼຸດຜ່ອນອາຍພິດ, ເສດຖະກິດໝູນວຽນ ແລະ ນະວັດຕະກຳ.

TAG
VOV/VOVworld/ການ​ຄ້າ/ການ​ເງິນ​/ຍຸ​ຕິ​ທ​ຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ