ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Evans Knapper ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ) |
ພາຍຫຼັງພິທີປະດັບຫຼຽນໄຊແຮງງານ, ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Marc Evans Knapper ເນື່ອງໃນໂອກາດທ່ານໃກ້ຈະສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ໃນການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ຢັ້ງຢືນເຖິງບົດບາດອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ອາເມລິກາ, ປະກອບສ່ວນສ້າງທ່າແຮງໃຫ້ແກ່ການພົວພັນສອງຝ່າຍ, ໂດຍສະເພາະແມ່ນໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ມະນຸດສະທຳ ແລະ ຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ ເປັນສຳຄັນ, ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໂຄງການດຳເນີນງານທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຢ່າງມີປະສິດທິຜົນ.
ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ຢັ້ງຢືນເຖິງຄວາມພາກພູມໃຈທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງຂອງການພົວພັນສອງປະເທດ, ຜ່ານນັ້ນ ກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງຂົງເຂດການຄ້າ ແລະ ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ.




