logo

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ແຖວ​ໜ້າ

2025/11/3 | 09:51:42
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຊຸກຍູ້ການແກ້ໄຂສັນຕິພາບ ແລະ ບັນດາການປະທະກັນໃນໂລກ; ພ້ອມທັງຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເປັນຂົວເຊື່ອມຕໍ່ສັນຕິພາບ ເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາໃນພາກພື້ນ ແລະ ສາກົນ.
 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth (ພາບ: TTXVN)

ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ທ່ານປາດຖະໜາຢາກ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍຢ່າງເລິກເຊິ່ງກວ້າງຂວາງໃນບັນດາຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຊຸກຍູ້ການແກ້ໄຂສັນຕິພາບ ແລະ ບັນດາການປະທະກັນໃນໂລກ; ພ້ອມທັງຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເປັນຂົວເຊື່ອມຕໍ່ສັນຕິພາບ ເພື່ອຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາໃນພາກພື້ນ ແລະ ສາກົນ. ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງ ໝາກຜົນຂອງການສົນທະນາລະຫວ່າງ ທ່ານລັດຖະມົນຕີ  Pete Hegseth ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ, ຢັ້ງຢືນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ ແລະ ພວມກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ.

ສ່ວນທ່ານລັດຖະມົນຕີ Pete Hegseth ເນັ້ນໜັກວ່າ ອາເມລິກາຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ. ອາເມລິກາ ປາດຖະໜາຢາກ ເພີ່ມທະວີການຮ່ວມມືຢູ່ລະດັບຍຸດທະສາດທັງສອງຝ່າຍ ແລະ ພາກພື້ນ, ເປັນຕົ້ນແມ່ນບັນດາຂົງເຂດປ້ອງກັນຕ້ານອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງໃນການເດີນ, ໜູນຊ່ວຍມະນຸດສະທຳ, ບຳລຸງສ້າງນາຍທະຫານ, ປົກປັກຮັກສາສັນຕິພາບ ສປຊ ແລະ ຮັບມືກັບການໄພພິບັດທຳມະຊາດ.

ແລະກໍ່ໃນວັນດຽວກກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງກການ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ນັບມື້ນັບ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງ.

TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ການ​ພ​ົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ