logo

ຫວຽດ​ນາມ ຍູ້​ແຮງ​ການພົວພັນ​ຕ່າງປະເທດ​ດ້ານ​ປ້ອງ​ກັນ​ຊາດ

2025/9/19 | 07:06:59
(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສ Xiangshan ປັກກິ່ງ ຄັ້ງທີ 12 ແລະ ເຮັດວຽກຢູ່ ຈີນ, ຕອນບ່າຍວັນທີ 18 ກັນຍາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະສອງຝ່າຍກັບຫຼາຍຄູ່ຮ່ວມມື.


ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ (ພາບ: VOV)

ທີ່ການພົບປະກັບ ທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ສອງຝ່າຍໄດ້ເນັ້ນໜັກເຖິງໝາກຜົນຂອງບັນດາການຢ້ຽມຢາມ, ການພົບປະຂັ້ນສູງໃນໄລຍະຜ່ານມາ ໄດ້ສ້າງພື້ນຖານເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດມີລັກສະນະແທ້ຈິງ ແລະ ມີປະສິດທິຜົນກ່ວາອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຈີນ.

ທີ່ການພົບປະກັບ ທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ສອງຝ່າຍໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບາງການເຄື່ອນໄຫວຈຸດສຸມຄື: ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຊ້ອມຮົບຮ່ວມກ່ຽວກັບການກູ້ໄພກູ້ຊີບ ລະຫວ່າງ ກຳປູເຈຍ - ລາວ - ຫວຽດນາມ ຢູ່ລາວ.

ແລະກໍ່ໃນຕອນບ່າຍວັນທີ 18 ກັນຍາ, ທ່ານພົນເອກ ຟານວັນຢາງ ກໍ່ໄດ້ພົບປະກັບ ທ່ານພົນໂທ Álvaro López Miera ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດ ກຸຍບາ, ທ່ານ Chan Chun Sing ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານພົນເອກ  Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ… ເພື່ອແລກປ່ຽນມາດຕະການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ.

TAG
VOV/VOVworld/ຫວ​ຽດ​ນາມ/ຈີນ/ການ​ປ້ອງ​ກັນ​ຊາດ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ