logo

ຫວຽດນາມ ຍູ້ແຮງຄວາມມານະພະຍາຍາມສ້າງບັນດາສູນການເງິນສາກົນ

2025/10/2 | 09:42:27
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ຊີ້ແຈ້ງ 3 ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາສູນການເງິນສາກົນ
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນ ແຕ່ວັນທີ 25 ກັນຍາ ຫາວັນທີ 01 ຕຸລາ, ວັນທີ 29 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຢູ່ Frankfurt ຂອງພັນທະມິດບັນດາສູນການເງິນສາກົນໂລກ (WAIFC), ອົງການມີບົດບາດຊຸກຍູ້ການຮ່ວມມືລະຫວ່າງບັນດາສູນການເງິນສາກົນທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ຊີ້ແຈ້ງ 3 ຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການພັດທະນາສູນການເງິນສາກົນ, ລວມມີ: ສ້າງລະບົບກົດໝາຍໂປ່ງໄສ, ທັນສະໄໝ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ; ປະກາດໃຊ້ບັນດານະໂຍບາຍບຸລິມະສິດພິເສດສະເພາະ, ມີໄຫວພິບ ແລະ ແກ່ງແຍ້ງ ເພື່ອສ້າງສູນການເງິນສາກົນທີ່ດຶງດູດໃຈ, ມີຄວາມແຕກຕ່າງ; ດຶງດູດ ແລະ ຮັກສານັກຊ່ຽວຊານ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຜ່ານການລົງທຶນກໍ່ສ້າງພື້ນຖານໂຄງລ່າງລະດັບສາກົນ. ທ່ານ ຫງວຽນຮ່ວາບິ່ງ ປາດຖະໜາວ່າ WAIFC, ດ້ວຍບົດບາດ “ພາທາງ” ຂອງບັນດາສູນການເງິນສາກົນ ໃນສະພາບການໂລກມີການຜັນແປຫຼາຍຢ່າງນັ້ນ, ຈະແມ່ນປະຕູສຳຄັນເຊື່ອມຕໍ່ຕະຫຼາດການເງິນ ຫວຽດນາມ ກັບຕະຫຼາດການເງິນທົ່ວໂລກ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ SIBOS 2025 ໂດຍສະຫະສະມາຄົມໂທລະຄົມການເງິນລະຫວ່າງທະນາຄານທົ່ວໂລກຈັດຂຶ້ນຢູ່ Frankfurt.

TAG
VOV/VOVworld/ໂຍ​ບາຍ​/ບຸ​ລິ​ມະ​ສິດ​/ພິ​ເສດ/​ສະ​ເພາະ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ