logo

ຫວຽດນາມຕັ້ງໜ້າຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ

2018/7/23 | 10:38:00

(VOVWORLD) -ວັນທີ 23 ກໍລະກົດ, ຢູ່ນະຄອນດ່າໜັງຂອງຫວຽດນາມ, ໄດ້ດໍາເນີນກອງປະຊຸມສະຫຼຸບກາງໄລຍະ ກ່ຽວກັບເລື່ອງປະຕິບັດແຜນຮ່າງກໍ່ສ້າງ ຜັນຂະຫຍາຍແຜນການປະຕິບັດບັນດາເປົ້າໝາຍຂອງປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ຮອດປີ 2025 ( ແຜນຮ່າງ 161) ເຂດພາກກາງ.

ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ຢູ່ໃນລະດັບຊາດ, ມາຮອດປັດຈະບັນນີ້ ໄດ້ມີ 9/11 ກະຊວງ, ຂະແໜງການ ຂຶ້ນກັບປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ຢູ່ຫວຽດນາມ  ໄດ້ສ້າງແຜນການປະຕິບັດ. ຢູ່ໃນລະດັບທ້ອງຖ່ິ່ນ, ມີ 54/63 ແຂວງ, ນະຄອນ ໄດ້ປະກາດໃຊ້ແຜນການເຄື່ອນໄຫວໄລຍະ 2016 - 2020 ແລະຜັນຂະຫຍາຍຢ່າງຕັ້ງໜ້າ. ຕົວຢ່າງຄື ຢູ່ນະຄອນດ່າໜັງ, ທາງນະຄອນໄດ້ສຸມໃສ່ຊີ້ນໍາປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການສ້າງວຽກເຮັດງານທໍາ ດ້ວຍຫຼາຍນະໂຍບາຍຄົບຊຸດ; ຈັດຕັ້ງບັນດາຂະບວນການອາສາສະໝັກ, ການເຄື່ອນໄຫວສັງຄົມມຸ່ງໄປສູ່ວົງຄະນະຍາດ... , ການພົບປະແລກປ່ຽນວັດທະນະທໍາ, ສະແດງສິລະປະ ກັບບັນດາປະເທດອາຊຽນ.

        ໂດຍໄດ້ຮັບຮູ້ວ່າ, ແຜນການສັງລວມຂອງປະຊາຄົມວັດທະນະທໍາສັງຄົມ ອາຊຽນ ລະດັບຊາດ ຂອງຫວຽດນາມ ແມ່ນມຸ່ງໄປເຖິງເປົ້າໝາຍສະໜິດຕິດພັນ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ; ເອົາໃຈໃສ່ໂຄສະນາ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ ກ່ຽວກັບອາຊຽນ ແລະ ບັນດາຜົນປະໂຫຍດ ເຊິ່ງອາຊຽນນໍາມາໃຫ້. ພ້ອມທັງ, ມຸ່ງໄປເຖິງເປົ້າໝາຍເຊື່ອມໂຍງ, ສຸມໃສ່ເລື່ອງເພີ່ມທະວີ, ເປີດກວ້າງ ແລະ ປະຕິບັດນະໂຍບາຍກ່ຽວກັບບັນຫາຊ່ວຍໜູນສັງຄົມ. 

TAG
VOV/VOVworld/​ຊ່ວຍໜູນ​ສັງຄົມ/ແຜ​ນຮ່າງດ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ