logo

ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການກອງ​ທະ​ຫານ​ບົກ ອາ​ຊຽນ ຄັ້ງ​ທີ 26

2025/11/28 | 11:14:20
(VOVWORLD) - ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກອງທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 26 (ACMM-26) ຢູ່ ສິງກະໂປ ນັບແຕ່ວັນທີ 25 – 28 ພະຈິກ. 
ການພົບປະສອງຝ່າຍລະຫວ່າງຜູ້ບັນຊາການທະຫານບົກ ຫວຽດນາມ ແລະ ໄທ (ພາບ: TTXVN)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ ດ້ວຍຫົວຂໍ້ “ສ້າງການຮ່ວມມືໃນພາກພື້ນໃນການຊ່ວຍເຫຼືອມະນຸດສະທຳ ແລະ ກູ້ໄພພິບັດ”, ທ່ານພົນໂທ ຫງວຽນວັນເຫງຍ ໄດ້ແບ່ງປັນບັນດາບົດຮຽນປະສົບການຂອງກອງທັບປະຊາຊົນ ຫວຽດນາມ ໃນການຮັບມືກັບໄພພິບັດທຳມະຊາດ, ພ້ອມທັງຢັ້ງຢືນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ອາຊຽນ, ກອງທັບປະຊາຊົນ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດ ອາຊຽນ ເວົ້າລວມ ແລະ ລະຫວ່າງກອງທະຫານບົກບັນດາປະເທດ ອາຊຽນ ເວົ້າສະເພາະ ເພື່ອຮັບມືກັບທຸກສິ່ງທ້າທາຍຢ່າງມີປະສິດທິຜົນ, ເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ

TAG
VOV/VOVworld/​ຜູ້​ບັນ​ຊາ​ການກອງ​ທະ​ຫານ​ບົກ ອາ​ຊຽນ ຄັ້ງ​ທີ 26

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ