logo

ຫວຽດນາມ ຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດແກ່ປີເປັນປະທານ ອາຊຽນ 2020

2019/11/18 | 10:49:43
(VOVWORLD) - ທີ່ກອງປະຊຸມຂ່າວສາກົນດຳເນີນໃນຕອນເຊົ້າວັນທີ 18 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ 2020 ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ມີຄວາມໝາຍຫລາຍຢ່າງສຳລັບ ອາຊຽນ ເວົ້າລວມ ແລະ ສຳລັບ ຫວຽດນາມ ເວົ້າສະເພາະ. ສຳລັບ ຫວຽດນາມ ແລ້ວ, ນີ້ກໍ່ແມ່ນຂີດໝາຍ 25 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມ ແລະ ຮ່ວມເດີນທາງພ້ອມກັບ ອາຊຽນ.
 (ພາບປະກອບ)

 ປີ 2020, ຫວຽດນາມ ກໍ່ເລີ່ມຕົ້ນຮັບດຳລົງບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021. ດັ່ງນັ້ນ, ຫວຽດນາມ ກຳນົດຄວາມຮັບຜິດຊອບບົດບາດເປັນປະທານ ອາຊຽນ 2020 ແມ່ນຄວາມຮັບຜິດຊອບສຳຄັນຍິ່ງ, ພ້ອມກັບກາລະໂອກາດແມ່ນສິ່ງທ້າທາຍ.

        “ຫວຽດນາມ ຈະຕັດສິນໃຈ ແລະ ໃຫ້ບຸລິມະສິດຢ່າງສູງສຸດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ນັບມື້ນັບເຊື່ອມຈອດຢ່າງແໜ້ນແຟ້ນ ແລະ ໝັ້ນຄົງເຂັ້ມແຂງ ບົນພື້ນຖານສືບທອດບັນດາໝາກຜົນທີ່ບັນລຸໄດ້ຂອງບັນດາປະທານ ອາຊຽນ ໃນຊຸມປີກ່ອນ, ເສີມຂະຫຍາຍບັນດາບົດຮຽນໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍ່ຄືບັນດາບົດຮຽນໃນການຈັດຕັ້ງບັນດາກອງປະຊຸມໃຫຍ່ກ່ອນນີ້.

        ດ້ວຍຫົວເລື່ອງວ່າ “ເຊື່ອມຈອດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”, ປີ ອາຊຽນ 2020 ຈະດຳເນີນໃນຕະຫລອດປີ ດ້ວຍການເຄື່ອນໄຫວໃຫຍ່ໜ້ອຍປະມານ 300 ການເຄື່ອນໄຫວ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ 2 ກອງປະຊຸມສຸດຍອດຖືກຈັດຂຶ້ນໃນເດືອນ ກຸມພາ ແລະ ເດືອນ ພະຈິກ ປີ 2020.

TAG
VOV/VOVworld/ຕັດສິນໃຈ/ບຸລິມະສິດ/ປະທານ ອາຊຽນ 2020

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ