logo

ຫວຽດ​ນ​າມ ຕີ​ລາ​ຄາ​ສູງ​ຮູບ​ແບບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສອງ​ຝ່າຍ​ກັບ ໄທ

2025/12/2 | 09:02:21
(VOVWORLD) - ວັນທີ 01 ທັນວາ, ຢູ່ສະວິດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ເຂົ້າຮ່ວມວາລະສຳຫຼວດກວດຄືນນະໂຍບາຍການຄ້າຄັ້ງທີ 9 ຂອງ ໄທ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ມາຍຟານຢຸງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໃຫ້ຮູ້ວ່າ ໃນບັນດາມາດຕະການປົກປ້ອງການຄ້ານັ້ນ, ໄທ ພວມນຳໃຊ້ມາດຕະການຕ້ານການຂາຍບຸບລາຄາສຳລັບບັນດາຜະລິດຕະພັນເຫຼັກກ້າ ແລະ ເລັ່ງໃສ່ບັນດາບໍລິສັດສົ່ງອອກຢູ່ພາກພື້ນ ອາຊີ.
ບັນຍາກາດຂອງວາລະປະຊຸມ (ພາບ: moit.gov.bn) 

 ຫວຽດນາມ ປາດຖະໜາວ່າ ໄທ ຈະຮັບປະກັນວິວັດການສືບສວນ ແລະ ນຳໃຊ້ບັນດາມາດຕະການຕ້ານການຂາຍບຸບລາຄາໄດ້ດຳເນີນຢ່າງພາວະວິໄສ, ໂປ່ງໃສ, ປະຕິບັດຕາມສັນຍາຕ້ານຂາຍບຸບລາຄາຂອງອົງການການຄ້າໂລກ (WTO) ຢ່າງຄົບຖ້ວນ ແລະ ພິຈາລະນາຍົກເລີກການຈັດວາງບັນດາມາດຕະການຕ້ານຂາຍບຸບລາຄາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຈາກ ຫວຽດນາມ. ຫວຽດນາມ ປາດຖະໜາວ່າ ຈະສືບຕໍ່ມີການຮ່ວມມືກັບໄທຢ່າງແໜ້ນແຟ້ນກວ່າອີກ ເພື່ອນຳໃຊ້ບັນດາສັນຍາການຄ້າເສລີ (FTA) ແລະ ບັນດາຂອບເຂດການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ ໃຫ້ມີປະສິດທິຜົນທີສຸດ. 

ກ່ອນວາລະປະຊຸມ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ສົ່ງຄຳຖາມກ່ຽວກັບບົດລາຍງານການສຳຫຼວດກວດຄືນນະໂຍບາຍການຄ້າທີ່ກ່ຽວຂ້ອງຂອງ ໄທ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ຕາງໜ້າ ຫວຽດນາມ ກໍຕັ້ງໜ້າສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ນຳສະເໜີບົດກ່າວຄຳເຫັນລວມ, ໃນນັ້ນ ຕີລາຄາສູງບົດບາດຂອງ ໄທ ໃນ ອາຊຽນ ກໍຄືຢູ່ WTO.

TAG
VOV/VOVworld/ສັນຍາການຄ້າເສລີ/ອົງການການຄ້າໂລກ/ຂາຍ​ບຸບ​ລາ​ຄາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ