logo

ຫວຽດ​ນາມ ຕ້ອງ​ຂ້ຽວ​ຂາດ​ກ​ວ່າ, ກ້າ​ຫານ​ກ​ວ່າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ

2025/10/3 | 10:23:39
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. 
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ຫວຽດນາມ ຕ້ອງໄປໄວກ່ວາ, ຂ້ຽວຂາດກວ່າ, ກ້າຫານກວ່າ ຕ້ອງມີວິທີການເດີນສະເພາະໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ, ເພື່ອຈາກນັ້ນ ຈະຫຼຸດໄລຍະຫ່າງກັບໂລກລົງ ຕາມທິດນຳ ເດີນທັນ, ພ້ອມກັນກ້າວໄປ ແລະ ລື່ນກາຍ. ນັ້ນແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຢູ່ ເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ຕຸລາ, ໃນຂອບເຂດວັນບຸນ ນະວັດຕະກຳແຫ່ງຊາດ ແລະ ງານວາງສະແດງສາກົນ ນະວັດຕະກຳ ຫວຽດນາມ 2025.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ:

ຢາກບຸກທະລຸຕ້ອງອີງໃສ່ພູມປັນຍາ, ເຕັກໂນໂລຢີ, ຜູ້ມີຄວາມເກັ່ງກ້າສາມາດ ແລະ ລະບອບລະບຽບການນຳໜ້າ. ແລະ ສຳຄັນກ່ວານັ້ນແມ່ນຕ້ອງເປັນເຈົ້າການພິສູດກຳລັງຄວາມສາມາດເຂົ້າຮ່ວມ ທຸກຂັ້ນຕອນຂອງລະບົບມູນຄ່າທົ່ວໂລກ, ກຳແໜ້ນບັນດາມາດຖານສາກົນ, ເຂົ້າຮ່ວມບັນດາລະບົບມູນຄ່າ ແລະ ເຊື່ອມຕໍ່ກັບພາສາ ກ່ຽວກັບເຕັກໂນໂລຢີຂອງທົ່ວໂລກ ຢ່າງເລິກເຊິ່ງ.

TAG
VOV/VOVworld/ນະ​ວັດ​ຕະ​ກຳ/ວິ​ທະ​ຍາ​ສາດ/ເຕັກ​ໂນ​ໂລ​ຢີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ