logo

ຫວຽດນາມ ຕ້ອງຫຼີກລ່ຽງແຮ້ວລະດັບລາຍຮັບປານກາງເພື່ອກາຍເປັນປະເທດພັດະນາໃນປີ 2045

2025/10/30 | 09:34:19
(VOVWORLD) - ດ້ວຍເປົ້າໝາຍທີ່ຈະມາເຖິງ, ແມ່ນນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໃນປີ 2045, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 20.000 – 25.000 USD/ປີ, ມີການພັດທະນາຢ່າງວ່ອງໄວ, ຍືນຍົງ.
ທີ່ກອງປະຊຸມ
(ພາບ: quochoi.vn)

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

        ດ້ວຍເປົ້າໝາຍທີ່ຈະມາເຖິງ, ແມ່ນນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໃນປີ 2045, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 20.000 – 25.000 USD/ປີ, ມີການພັດທະນາຢ່າງວ່ອງໄວ, ຍືນຍົງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີຄວາມສ່ຽງຖົດຖອຍ ແລະ ຕົກເຂົ້າສູ່ແຮ້ວລະດັບລາຍຮັບປານກາງ. ທ່ານ ເຈືອງຈ້ອງເງັ້ຍ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈິມິນ, ຖືວ່າ:

        “ມາດຕະການແກ້ໄຂເພື່ອບໍ່ໃຫ້ຕົກໃນແຮ້ວລະດັບລາຍຮັບປານກາງແມ່ນ ຕ້ອງຫັນປ່ຽນວິທີການ ແລະ ຮູບແບບການເຕີບໂຕ, ກັບເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ເລື່ອງຫັນປ່ຽນວິທີການ ແລະ ຮູບແບບແມ່ນວຽກງານທີ່ທັງລະບົບຕ້ອງສຸມໃສ່ແກ້ໄຂນັບແຕ່ຕົ້ນອາຍຸການໃໝ່, ເພື່ອໃຫ້ທັງພື້ນຖານເສດຖະກິດຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່ຢ່າງວ່ອງໄວ, ຖ້າບໍ່ດັ່ງນັ້ນ ພວກເຮົາຈະພາດໂອກາດເຂົ້າຮ່ວມກັບບັນດາປະເທດພັດທະນາໃນທົດສະວັດໃໝ່ຂອງມວນມະນຸດ”.

TAG
VOV/VOVworld/​ຜ່ານ​ຜ່າ​/ສິ່​ງ​ທ້າ​ທາຍ/ແຮ້ວລະດັບລາຍຮັບປານກາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ