logo

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

2025/11/24 | 13:29:32
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU
ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ  24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດຂັ້ນສູງ ສະພາດຳເນີນທຸລະກິດ ເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບປະຈຳ ຫວຽດນາມ, ໂດຍທ່ານ Jens Ruebbert ປະທານສະພາດຳເນີນທຸລະກິດ EU – ອາຊຽນ, ຜູ້ອຳນວຍການຝ່າຍບໍລິຫານຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ທະນາຄານ Landesbank Baden-Wuerttemberg ແລະ ທ່ານ Bruno Jaspaert ປະທານສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU, ພິເສດແມ່ນໃນການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ. EU ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າ - ການລົງທຶນສຳຄັນແຖວໜ້າຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 16 ຂອງ EU ແລະ ໃຫຍ່ທີ່ສຸດຢູ່ ອາຊຽນ.

TAG
VOV/VOVworld/ຫວຽດ​ນາມ/EU/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ