logo

ຫວຽດ​ນາມ ປະ​ກອບ​ສ່ວນ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ເຂດ ກາ​ຊາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ

2026/1/23 | 09:22:20
(VOVWORLD) -  ວັນທີ 22 ມັງກອນ, ໂດຍໄດ້ຮັບຄຳເຊີນຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າ ເຂົ້າຮ່ວມພິທີລົງນາມໃນກົດບັດສະພາສັນຕິພາບວ່າດ້ວຍການຢຸດຕິການປະທະກັນຢູ່ເຂດ ກາຊາ ຈັດຂຶ້ນຢູ່ນອກເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ  ບຸ່ຍແທັງເຊີນ ແລະ ທ່ານ Nickolay Mladenov,  ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດ ສປຊ ຮັບຜິດຊອບຕາເວັນອອກກາງ (ພາບ: ກະຊວງການຕ່າງປະເທດ)

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ແລກປ່ຽນກັບບັນດາສະມາຊິກຄະນະລັດຖະບານປະທານາທິບໍດີ Donald Trump, ໃນນັ້ນ ມີລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີການເງິນ, ລັດຖະມົນຕີການຄ້າ… ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ທ່ານ ປະທານາທິບໍດີ Donald Trump ໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນໃນໂລກ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມສະພາສັນຕິພາບດ້ວຍຖານະເປັນສະມາຊິກຜູ້ກໍ່ຕັ້ງ. ກໍຕາມທ່ານຮອງນາຍົກລັດຖະມົນຕີຫວຽດນາມ ແລ້ວ, ຫວຽດນາມ ມີຄວາມປາດຖະໜາຢາກສົມທົບກັບບັນດາສະມາຊິກຂອງສະພາໃນການຜັນຂະຫຍາຍແຜນການສັນຕິພາບເຂດ ກາຊາ ໂດຍໄວ (ໂດຍ ສປຊ ໄດ້ຮັບຮອງເອົາໃນວັນທີ 17 ພະຈິກ 2025), ຜ່ານນັ້ນ, ກໍຊຸກຍູ້ສັນຕິພາບຢູ່ຕາເວັນອອກກາງແບບຍືນຍົງ.

ສຳລັບຝ່າຍ ອາເມລິກາ, ບັນດາລັດຖະມົນຕີໃນຄະນະລັດຖະບານຂອງ ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນການຖືເປັນສຳຄັນ ແລະ ເປັນເອກພາບຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໃນນັ້ນ ມີການຊຸກຍູ້ວິວັດທະນາການບັນລຸໄດ້ຂໍ້ຕົກລົງກ່ຽວກັບການເຈລະຈາດ້ານພາສີສົມທົບໂດຍໄວ; ພ້ອມທັງຊົມເຊີຍ ຫວຽດນາມ ກາຍເປັນສະມາຊິກຜູ້ກໍ່ຕັ້ງຂອງສະພາສັນຕິພາບ.

ຢູ່ນອກພິທີລົງນາມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານ Ilham Aliyev ປະທານາທິບໍດີ ອາເຊັກໄບຊານ ; ພົບປະກັບລັດຖະມົນຕີການຕ່າງປະເທດບັນດາປະເທດ ອິນໂດເນເຊຍ, ອູເບກິດສະຖານ, ອາຣັບບີ ຊະອຸດິ ແລະ ທ່ານ Nickolay Mladenov ຜູ້ຕາງໜ້າຂັ້ນສູງຂອງສະພາສັນຕິພາບ, ອະດີດທູດພິເສດ ສປຊ ຮັບຜິດຊອບຕາເວັນອອກກາງ ເພື່ອແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນຂອບເຂດສະພາສັນຕິພາບ ແລະ ການຮ່ວມມືໃນບັນດາບັນຫາສອງຝ່າຍ.

TAG
VOV/VOVworld/ສັນຕິພາບຢູ່ຕາເວັນອອກກາງ/ສະ​ພາ​ສັນ​ຕິ​ພາບ​ເຂດ ກາ​ຊາ/ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ