logo

ຫວຽດນາມ ປາຖະໜາ ຢາກເພີ່ມທະວີ ການຮ່ວມມືກັບອົດສະຕາລີໃນທຸກຂົງເຂດ

2025/9/19 | 10:25:14
(VOVWORLD) - ຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈ້ອງ ເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມອົດສະຕາລີ.
(ທີ່ການພົວພັນລະຫວ່າງທ່ານ ຫງວຽນຈ້ອງເຫງ້ຍ ກັບ ທ່ານ ແມັດທິວ ດິສໂທເຫວດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ, ທັງເປັນ ລັດຖະມົນຕີກະຊວງການເຂົ້າ-ອອກເມືອງ ອົດສະຕາລີ)

ວັນທີ 18 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ພົບປະກັບ ທ່ານ ແມັດທິວ ດິສໂທເຫວດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ, ທັງເປັນ ລັດຖະມົນຕີກະຊວງການເຂົ້າ-ອອກເມືອງ ອົດສະຕາລີ, ທ່ານ ນາງ ວິນນີ່ ໂມລິນາ, ປະທານພັກກອມມູນິດອົດສະຕາລີ ແລະ ທ່ານ ຄິມ ຊຳຊອນ, ປະທານສະມາຄົມມິດຕະພາບ ອົດສະຕາລີ-ຫວຽດນາມ.

ໃນການພົບປະ, ທ່ານ ຫງວຽນຈ້ອງເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ໄດ້ແຈ້ງຂໍ້ມູນໃຫ້ບັນດາຄູ່ຮ່ວມມືອົດສະຕາລີ ກ່ຽວກັບ ບັນດາຜົນສຳເລັດການພັດທະນາເສດຖະກິດ, ສັງຄົມ ແລະ ການຕ່າງປະເທດຂອງ ຫວຽດນາມ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ທ່ານ ຫງວຽນ ຈ້ອງ ເຫງ້ຍ ຢືນຢັນ ຫວຽດນາມ ຖືເປັນສຳຄັນ ທີ່ຕັ້ງ, ບົດບາດ ຂອງ ອົດສະຕາລີ; ປາຖະໜາຢາກເພີ່ມທະວີການຮ່ວມມື ກັບອົດສະຕາລີໃນທຸກຂົງເຂດ, ສະເໜີໃຫ້ທັງ ສອງຝ່າຍ ຕັ້ງໜ້າສົມທົບກັນ, ຜັນຂະຫຍາຍ ບັນດາຂໍ້ຕົກລົງຂັ້ນສູງ ແລະ ກົນໄກການຮ່ວມມືທີ່ມີໃນປະຈຸບັນ ໃຫ້ມີປະສິດທິຜົນ, ເພື່ອນຳມາຊຶ່ງຜົນປະໂຫຍດອັນແທດຈິງມາສູ່ປະຊາຊົນສອງຊາດ.

ໃນມື້ດຽວກັນ, ທ່ານ ຫງວຽນ ຈ້ອງ ເຫງ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ໄດ້ເຮັດວຽກກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ອົດສະຕາລີ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ