logo

ຫວຽດນາມ ພວມຄ່ອຍໆສວມບົດບາດນຳພາ ແລະ ກຳນົດທິດບັນດາເນື້ອໃນສຳຄັນຢູ່ບັນດາເວທີປາໄສຫຼາຍຝ່າຍ

2025/10/27 | 12:12:24
(VOVWORLD) - ເຫດການໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.500 ທ່ານທີ່ມາຈາກ 110 ປະເທດ, 150 ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ເອກະຊົນ, ພ້ອມກັບ 50 ອົງການຄົ້ນຄວ້າ.
(ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິນຫວູ ຕອບສຳພາດຕໍ່ສື່ມວນຊົນ)

        ພິທີເປີດການລົງນາມ ແລະ ກອງປະຊຸມສຸດຍອດສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ (ສົນທິສັນຍາ ຮ່າໂນ້ຍ) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ຫຼາຍໝາກຜົນທີ່ລື່ນກາຍຄາດໝາຍທີ່ຄິດໄວ້. ເຫດການໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.500 ທ່ານທີ່ມາຈາກ 110 ປະເທດ, 150 ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ເອກະຊົນ, ພ້ອມກັບ 50 ອົງການຄົ້ນຄວ້າ. ຕົວເລກດັ່ງກ່າວແມ່ນລື່ນກາຍການຄາດຄະເນຂອງຄະນະຈັດຕັ້ງ, ສະແດງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງຂອງປະຊາຄົມສາກົນຕໍ່ເຫດການທີ່ເປັນຄັ້ງທຳອິດໄດ້ຈັດຂຶ້ນຢູ່ ຫວຽດນາມ.

        ຕາມທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິນຫວູ ແລ້ວ, ສົນທິສັນຍາ ຮ່າໂນ້ຍ ມີຄວາມໝາຍສຳຄັນພິເສດໃນສະພາບຄວາມໝັ້ນຄົງທາງໄຊເບີພວມແມ່ນບັນຫາທົ່ວໂລກ. ທ່ານເນັ້ນໜັກວ່າ:

        “ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດລົງນາມສົນທິສັນຍາວ່າດ້ວຍການທີ່ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຍັງປະກອບສ່ວນຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ. ຜ່ານການເປັນເຈົ້າພາບຈັດພິທີລົງນາມສົນທິສັນຍາຢ່າງສຳເລັດຜົນນັ້ນ, ຫວຽດນາມ ໄດ້ປະຕິບັດແຜນນະໂຍບາຍຂອງພັກ, ລັດ ແມ່ນ ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ, ຫາກຍັງຄ່ອຍໆສວມບົດບາດນຳພາ ແລະ ກຳນົດບັນດາເນື້ອໃນສຳຄັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ມີບັນຫາກຳນົດທິດອະນາຄົດດີຈີຕອນ ແລະ ສ້າງບັນດາຂອບເຂດການຮ່ວມມືກ່ຽວກັບການຄຸ້ມຄອງດີຈີຕອນຢ່າງເລິກເຊິ່ງກວ້າງຂວາງກວ່າ”.

TAG
VOV/VOVworld/ສົນໃຈ/ເລິກເຊິ່ງ/ກວ້າງຂວາງ/ປະຊາຄົມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ