logo

ຫວຽດ​ນາມ ພວມ​ສຳ​ຜັດ​ກັບ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ​ຕາມ​ທິດ​ມີ​ແບບ​ມີ​ແຜນ ແລະ ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາ​ກົນ

2025/12/12 | 10:28:25
(VOVWORLD) - ຕາມການສະຫຼຸບຈາກຄະນະປະຕິບັດງານ, ຫວຽດນາມ ໄດ້ມີບັນດາບາດກ້າວໃຫຍ່ເພື່ອເລີ່ມເຄື່ອນໄຫວຄືນໃໝ່ ແລະ ຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ ກໍຄືພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ. ກຸ່ມນັກຊ່ຽວຊານກໍຮັບຮູ້ 2 ໝາກຜົນທີ່ດີຂອງ ຫວຽດນາມ ທີ່ອາດຈະກາຍເປັນບົດຮຽນໃຫ້ແກ່ບັນດາປະເທດທີ່ພວມພັດທະນາໄຟຟ້ານິວເຄຼຍ.
ສະຖານທີ່ຈະກໍ່ສ້າງໂຄງການໄຟຟ້ານິວເຄຼຍ ນິງທ້ວນ (ພ່າບ: TTXVN)

ແຕ່ວັນທີ 01 – 11 ທັນວາ, ຢູ່ຮ່າໂນ້ຍ, ກົມຮັບປະກັນຄວາມປອດໄພດ້ານປະກາຍລັງສີ ແລະ ນິວເຄຼຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຕິບັດງານຂອງອົງການພະລັງງານປະລະມານູສາກົນ (IAEA) ໂດຍທ່ານ Eric Mathet, ຫົວໜ້າພະແນກພັດທະນາພື້ນຖານໂຄງລ່າງນິວເຄຼຍຂອງ IAEA ເພື່ອຕີລາຄາພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດຢ່າງຮອບດ້ານ. (Intergrated Nuclear Infrastructure Review Mission – INIR Mission).

 ທີໜຶ່ງແມ່ນ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິສະບັບເລກທີ 189/2025/QH15, ສະແດງໃຫ້ເຫັນຄຳໝັ້ນສັນຍາທາງດ້ານການເມືອງທີ່ແຂງແຮງສຳລັບໂຄງການໄຟຟ້ານິວເຄຼຍ, ພ້ອມທັງສ້າງຕັ້ງກົນໄກສະເພາະຊ່ວຍຫັນລະບຽບການລົງທຶນເປັນງ່າຍດາຍ, ຍູ້ໄວການບຸກເບີກໜ້າພຽງ, ທະວີຄູນຄວາມສາມາດລະດົມແຫຼ່ງທຶນ ແລະ ຄັດເລືອກຜູ້ຮັບເໝົາ, ກໍຄືເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທີສອງ, ຫວຽດນາມ ໄດ້ໝູນໃຊ້ບົດຮຽນຢ່າງມີປະສິດທິຜົນ ແລະ ຕາໜ່າງການເລັງ ແລະ ວັດແທກສິ່ງແວດລ້ອມທີ່ພວມມີຢູ່ໃນປັດຈຸບັນເພື່ອຮັບໃຊ້ວິວັດທະນາການກະກຽມໂຄງການໄຟຟ້ານິວເຄຼຍ. ສອງໝາກຜົນຕົວຈິງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມເຂົ້າເຖິງກັບໂຄງການໄຟຟ້ານິວເຄຼຍຕາມທິດມີແບບມີແຜນ, ສອດຄ່ອງກັບມາດຕະຖານສາກົນ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈຜັນຂະຫຍາຍຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.

TAG
VOV/VOVworld/​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ/ພະລັງງານປະລະມານູສາກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ