logo

ຫວຽດ​ນາມ ພວມ​ຫັນ​ປ່ຽນກາຍ​ເປັນ “ຄູ່​ຮ່ວມ​ມື​ສ້າງ​ສັນ” ຂອງ​ພາກ​ພື້ນ

2026/1/16 | 09:06:12
(VOVWORLD) - ທ່ານ ສຈ Shimizu Masaki  (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) ຕີລາຄາວ່າ ຮ່າງເອກະສານຂອງກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຈິດໃຈ “ບຸກທະລຸ” ແລະ ມີລັກສະນະຮີບດ່ວນສູງ, ພົ້ນເດັ່ນແມ່ນການກຳນົດ ຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່” - ສັງກາດບຸກບືນຂອງຊາດ. 
ທ່ານ ສຈ Shimizu Masaki  (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) (ພາບ: TTXVN)

ໃນສະພາບການ ຫວຽດນາມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກກອມມູນິດ ຫວຽດນາມ, ຮ່າງເອກະສານກອງປະຊຸມໃຫຍ່ ໄດ້ດຶງດູດຄວາມສົນໃຈຂອງວົງການນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ສຈ Shimizu Masaki  (ມະຫາວິທະຍາໄລ Osaka, ຍີ່ປຸ່ນ) ຕີລາຄາວ່າຮ່າງເອກະສານຂອງກອງປະຊຸມໃຫຍ່ໄດ້ສະແດງໃຫ້ເຫັນຈິດໃຈ “ບຸກທະລຸ” ແລະ ມີລັກສະນະຮີບດ່ວນສູງ, ພົ້ນເດັ່ນແມ່ນການກຳນົດ ຫວຽດນາມ ກ້າວເຂົ້າສູ່ “ສັງກາດໃໝ່” - ສັງກາດບຸກບືນຂອງຊາດ. ຈິນຕະນາການພັດທະນາເສດຖະກິດ - ສັງຄົມ ຫັນຈາກຄວາມຖືລະດັບຄວາມໄວເປັນສຳຄັນ ໄປສູ່ຄຸນນະພາບ, ໃນນັ້ນ ສ້າງລະບອບລະບຽບການໃຫ້ສົມບູນແບບ ຖືນີ້ແມ່ນຂອດບຸກທະລຸເພື່ອປົດປ່ອຍແຫຼ່ງກຳລັງ.

ຕາມທ່ານ ສຈ. Shimizu  ແລ້ວ, ເລື່ອງ ເນັ້ນໜັກເຖິງການນະວັດຕະກຳ, ເສດຖະກິດສີຂຽວ ແລະ ການຫັນເປັນດີຈີຕອນໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສ່ຽງແຮ້ວລາຍຮັບປານກາງ ແລະ ຕັດສິນໃຈປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່າໄດ້ປຽບແກ້ງແຍ້ງຂອງ ຫວຽດນາມ ພວມຫັນຈາກການນຳໃຊ້ແຮງານລາຄາຕ່ຳ ແລະ ຊັບພະຍາກອນ ໄປສູ່ “ພູມປັນຍາ” ແລະ “ຂໍ້ມູນ”, ຜ່ານນັ້ນ ກໍເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ.

ກ່ຽວກັບການພົວພັນຕ່າງປະເທດ, ທ່ານຖືວ່າ ແນວທາງການຕ່າງປະເທດທີ່ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ມີໄຫວພິບ ໄດ້ສະແດງໃຫ້ເຫັນຈາກຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ບໍ່ພຽງແຕ່ສວມບົດບາດດຸ່ນດ່ຽງລະຫວ່າງບັນດາປະເທດໃຫຍ່ເທົ່ານັ້ນ ຫາກພວມບືນຕົວຂຶ້ນກາຍເປັນ “ຄູ່ຮ່ວມມືສ້າງສັນ” ແລະ ສູນເຊື່ອມຕໍ່ຂອງພາກພື້ນ, ຢັ້ງຢືນທີ່ຕັ້ງທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມຮັບຜິດຊອບໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ.

TAG
VOV/VOVworld/ຄູ່​ຮ່ວມ​ມື​ສ້າງ​ສັນ/ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ